ຫຼາຍບ້ານ! ເມືອງວິລະບູລີ ປະສົບກັບໄພນໍ້າຖ້ວມ ເນື່ອງຈາກເກີດຝົນຕົກໜັກຕິດຕໍ່ກັນຫຼາຍວັນ

    0
    767

    ຫຼາຍບ້ານ! ເມືອງວິລະບູລີ ປະສົບກັບໄພນໍ້າຖ້ວມ ເນື່ອງຈາກເກີດຝົນຕົກໜັກຕິດຕໍ່ກັນຫຼາຍວັນເນື່ອງຈາກໄດ້ຮັບອິດທິພົນຂອງພາຍຸໝູນເຂດຮ້ອນ ເຈີມປາກາ ທີ່ພັດຜ່ານເຂດພາກເໜືອດ້ານຕາເວັນອອກຂອງສາທາລະນະລັດ ສັງຄົມນິຍົມຫວຽດນາມ ແລະ ເຮັດໃຫ້ກະແສລົມມໍລະສຸມຕາເວັນຕົກສ່ຽງໃຕ້ ທີ່ມີກໍາລັງແຮງພັດປົກຄຸມພາກກາງ ແລະ

    ພາກໃຕ້ຂອງປະເທດລາວໃນໄລຍະ 2-3 ວັນທີ່ຜ່ານມາ ຈຶ່ງເຮັດໃຫ້ເກີດມີຝົນຕົກຕິດຕໍ່ກັນຫຼາຍວັນໃນປະເທດລາວເຮົາເວົ້າລວມ ເວົ້າສະເພາະກໍ່ແມ່ນໃນເຂດເມືອງວິລະບູລີ ແຂວງສະຫວັນນະເຂດ ເຊິ່ງຝົນແມ່ນໄດ້ເລີ່ມຕົກລິນນັບແຕ່ວັນທີ 22 ກໍລະກົດ ເປັນຕົ້ນມາ ຈຶ່ງໄດ້ເຮັດລະດັບນໍ້າຕາມສາຍຫ້ວຍນ້ອຍໃຫຍ່ຕ່າງໆເຊັ່ນວ່າ : ສາຍນໍ້າເຊກອກ,

    ຫ້ວຍຄຽງ, ຫ້ວຍແຢງ, ສາຍນໍ້າເຊທ່າມວກ,ສາຍນໍ້າເຊບາຍ, ສາຍຫ້ວຍນໍ້າແລບ,ສາຍຫ້ວຍຄະແມະ ເຂດຈຸດກະແຕບນາຜາດ່າງ, ສາຍນໍ້າເຊນ້ອຍ, ນໍ້າເຊບາຍ ເຂດຈຸດສຸມເມືອງວັງ, ສາຍເຊສະງີ່ ແລະ ສາຍຫ້ວຍຕ່າງໆ ເຂດຈຸດສຸມອ່າງຄໍາ ໄດ້ເພີ່ມລະດັບສູງຂຶ້ນລົ້ນຝັ່ງໄຫຼອອກຖ້ວມໄຮ່ນາຮົ້ວສວນພື້ນທີ່ເຮັດການຜະລິດ, ຖ້ວມໜອງປາ ແລະ

    ເຮືອນຊານຂອງປະຊາຊົນໃນຫຼາຍບ້ານຂອງເມືອງ ວິລະບູລີ, ພ້ອມນີ້ນໍ້າກໍ່ໄດ້ໄຫຼກັດເຊາະຖະໜົນຫົນທາງ ເຮັດໃຫ້ເສັ້ນທາງ, ທໍ່ລອດທາງ ແລະ ຂົວບາງຈຸດໄດ້ຮັບຄວາມເສຍ

    ຫາຍຈໍານວນໜຶ່ງ, ເສັ້ນທາງຫຼາຍສາຍບໍ່ສາມາດສັນຈອນໄປມາໄດ້ດ້ວຍລົດ ເນື່ອງຈາກນໍ້າຖ້ວມ. ຕໍ່ກັບສະພາບການດັ່ງກ່າວ ແລະ ດ້ວຍຄວາມເປັນຫ່ວງເປັນໃຍຂອງການນໍາພັກລັດຂັ້ນເທິງ ຕໍ່ກັບຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນ ທີ່ປະສົບກັບໄພນໍ້າຖ້ວມ

    ທີ່ມາ: Lao Nation Radio

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.