ແຈ້ງເຕືອນໄພນ້ຳຖ້ວມ ເຊບັ້ງໄຟ, ເຊຈຳພອນ-ແກ້ງກອກ ແລະ ເຊໂດນ

    0
    1095

    ແຈ້ງເຕືອນໄພນ້ຳຖ້ວມ ປະຈຳວັນທີ ວັນທີ 25 ກໍລະກົດ 2021. ເນື່ອງຈາກວ່າ ລະດັບນ້ຳ ເຊບັ້ງໄຟ, ເຊຈຳພອນ-ແກ້ງກອກ ແລະ ເຊໂດນ ໄດ້ຂຶ້ນສູງໃກ້ເຂດລະວັງໄພ ແລະ ມີບາງຈຸດຂຶ້ນສູງກ່ວາເຂດລະວັງໄພແລ້ວ ພ້ອມດຽວກັນນີ້ ສະພາບຝົນຍັງຈະສືບຕໍ່ຕົກໃນລະດັບປານກາງ ຫາ ໜັກຕື່ມອີກໃນໄລຍະ 1 – 2 ວັນຕໍ່ໜ້າ ຊຶ່ງຈະເຮັດໃຫ້ລະດັບນ້ຳຕາມສາຂາດັ່ງກ່າວຈະສືບຕໍ່ເພີ່ມສູງຂຶ້ນໃກ້ເຂດອັນຕະລາຍ ແລະ ຈະເຮັດໃຫ້ເກີດມີນ້ຳຖ້ວມຢູ່ບາງພື້ນທີ່.

    ດັ່ງນັ້ນ, ຂໍແຈ້ງເຕືອນເຖີງປະຊາຊົນບັນດາເຜົ່າທີ່ອາໄສຢູ່ບັນດາແຂວງພາກກາງ ແລະ ພາກໃຕ້ ໂດຍສະເພາະຜູ້ທີ່ອາໄສຢູ່ລຽບຕາມແຄມເຊບັ້ງໄຟ, ເຊຈຳພອນ, ເຊໂດນ ຈົ່ງມີສະຕິ ຕໍ່ສະພາບນ້ຳຖ້ວມຍິ່ງ ແລະ ກຽມຍົກຍ້າຍ ເກັບມ້ຽນວັດຖຸສິ່ງຂອງທີ່ມີຄ່າ ແລະ ສັດລ້ຽງໄປໄວ້ບ່ອນທີ່ສູງ ແລະ ປອດໄພ, ພ້ອມນີ້ຂໍໃຫ້ຕິດຕາມການລາຍງານຂ່າວພະຍາກອນອາກາດຈາກກົມອຸຕຸນິຍົມ ແລະ ອຸທົກກະສາດຢ່າງຕໍ່ເນື່ອງ.ພະຍາກອນອາກາດແຕ່ເວລາ 19 ໂມງ ຂອງວັນທີ 25/07/2021 ຫາ ເວລາ 19 ໂມງ ຂອງວັນທີ

    26/07/2021ພາກເໜືອດ້ານຕາເວັນອອກ (ແຂວງ ຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຢູ່ທົ່ວໄປ ແລະ ຕົກໃນລະດັບປານກາງ ຫາ ໜັກ ຢູ່ບາງທ້ອງຖິ່ນແຂວງຜົ້ງສາລີ ຫຼື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 70% ຂອງພາກ. ອຸນຫະພູມໃນລະຫວ່າງ 18 – 29 ອົງສາ.ພາກເໜືອດ້ານຕາເວັນຕົກ (ແຂວງ ຫຼວງນ້ຳທາ, ບໍ່ແກ້ວ, ອຸດົມໄຊ, ຫຼວງພະບາງ ແລະ ໄຊຍະບູລີ): ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຢູ່ທົ່ວໄປ ແລະ ຕົກໃນລະດັບປານກາງ ຫາ ໜັກ ຢູ່ບາງທ້ອງຖິ່ນແຂວງ ຫຼວງນ້ຳທາ, ອຸດົມໄຊ ແລະ ບໍ່ແກ້ວ ຫຼື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 80% ຂອງພາກ. ອຸນຫະພູມໃນລະຫວ່າງ 22 – 32

    ອົງສາ.ນະຄອນຫຼວງວຽງຈັນ: ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຢູ່ທົ່ວໄປ ແລະ ຕົກປານກາງ ຢູ່ບາງບໍລິເວນ ຫຼື ເນື້ອທີ່ ການປົກຫຸ້ມຂອງຝົນເທົ່າກັບ 60%. ອຸນຫະພູມໃນລະຫວ່າງ 24 – 30 ອົງສາ.ພາກກາງ (ແຂວງ ວຽງຈັນ, ບໍລິຄຳໄຊ, ຄຳມ່ວນ ແລະ ສະຫວັນນະເຂດ): ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ທົ່ວໄປ ແລະ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງ ຄຳມ່ວນ ແລະ ສະ ຫວັນນະເຂດ ຫຼື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 70% ຂອງພາກ. ອຸນຫະພູມໃນລະຫວ່າງ 23 – 30 ອົງສາ.ແຂວງໄຊສົມບູນ: ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ຫຼື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 80%ຂອງ

    ແຂວງ. ອຸນຫະພູມໃນລະຫວ່າງ 19 – 25 ອົງສາ.ພາກໃຕ້ (ແຂວງສາລະວັນ, ເຊກອງ, ຈຳປາສັກ ແລະ ອັດຕ ປື): ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາປານກາງຢູ່ທົ່ວໄປ ແລະ ຕົກໜັກ ຫາ ໜັກຫຼາຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງສາລະວັນ, ເຊກອງ ແລະ ຈຳປາສັກ ຫຼື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 90% ຂອງພາກ, ອຸນຫະພູມໃນລະຫວ່າງ 22 – 28 ອົງສາ.ສໍາລັບເຂດພູພຽງບໍລະເວນ: ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບປານກາງ ຫາ ໜັກ ພ້ອມມີລົມພັດແຮງເປັນບາງໂອກາດ ຫຼື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 90%. ອຸນຫະພູມໃນລະຫວ່າງ 14 – 22 ອົງສາ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.