ສະຫວັນນະເຂດ ເລັ່ງກະກຽມສູນກັກກັນສຳລັບແຮງງານທີ່ກັບມາຈາກຕ່າງປະເທດໃນວັນທີ 25 ກໍລະກົດ 2021, ແຂວງສະຫວັນນະເຂດ ໄດ້ກະກຽມສະຖານທີ່ກັກກັນສຳລັບແຮງງານລາວທີ່ກັບມາຈາກຕ່າງປະເທດ ເຊິ່ງໄດ້ກຳນົດເອົາອາຄານເກົ່າ ທີ່ຕັ້ງຢູ່ບ້ານໂນນສະຫວາດ ນະຄອນໄກສອນ ພົມວິຫານ ເປັນສູນກັກກັນຊົ່ວ ຄາວ ໂດຍໄດ້ເລັ່ງລະດົມ
ແຮງງານຈາກອົງການຈັດຕັ້ງມະຫາຊົນຂອງພະແນກການ ແລະ ກຳລັງປ້ອງກັນຊາດ,ປ້ອງກັນຄວາມສະຫງົບ ເພື່ອອະນາໄມສະຖາທີ່ໃຫ້ມີຄວາມສະອາດ ແລະ ປອດໄພ ໂດຍ
ການຊີ້ນຳ ນຳພາຂອງ ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ແລະ ທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງ ທັງເປັນຫົວໜ້າຄະນະສະເພາະກິດ
ປ້ອງກັນ,ສະກັດກັ້ນ ແລະ ແກ້ໄຂການລະບາດພະຍາດໂຄວິດ 19 ຂັ້ນແຂວງ.ທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງ ໄດ້ເປີດເຜີຍວ່າ: ເພື່ອເປັນການຮອງຮັບ
ດ້ານສະຖານທີ່ຈຳກັດບໍລິເວນ 14 ສຳລັບແຮງງານລາວທີ່ກັບມາຈາກປະເທດໄທ ຜ່ານດ່ານສາກົນຂົວມິດ ຕະພາບ 2 ສະຫວັນນະເຂດ – ມຸກດາຫານ ໃຫ້ພຽງພໍ ແລະ ຫຼີກ
ລ່ຽງຄວາມແອອັດທີ່ມີຄວາມສ່ຽງຕໍ່ການຕິດເຊື້ອພະຍາດໂຄວິດ 19 ພາຍໃນສູນ ກໍ່ຄືການປ້ອງກັນພະ ຍາດບໍ່ໃຫ້ມີການລະບາດອອກສູ່ຊຸມຊົນ ຊຶ່ງແຂວງສະຫວັນນະເຂດກໍ່ເປັນແຂວງທີ່ໃຫຍ່ອັນດັບຕົ້ນໆຂອງປະເທດ ແລະ ໄດ້ມີແຮງງານເປັນຈຳນວນຫຼວງຫຼາຍທີ່ໄປອອກແຮງງານຢູ່ປະເທດໃກ້ຄຽງໂດຍສະ ເພາະແມ່ນປະເທດໄທ ໃນແຕ່ລະວັນໄດ້ມີ
ແຮງງານກັບຄືນປະເທດຈຳນວນ 300 ກວ່າຄົນ ໃນນີ້ໄດ້ກວດພົບຜູ້ຕິດເຊື້ອພະຍາດໂຄວິດ 19 ສູງເຖິງ 30 – 45% ເຊິ່ງຜ່ານມາແຂວງສະຫວັນນະເຂດ ໄດ້ມີສູນກັກກັນທັງໝົດຈຳນວນ 11 ສູນໃນນັ້ນໄດ້ຂະຫຍາຍລົງເມືອງມີ 3 ສູນຄື: ເມືອງອຸ ທຸມພອນ,ຈຳພອນ ແລະ ເມືອງສອງຄອນ ເມືອງລະ 1 ສູນ ແຕ່ຖ້າອີງໃສ່ກັບມາດຕະການໃນ
ການປ້ອງກັນແລ້ວ ໂດຍສະເພາະແມ່ນມາດຕະການຮັກສາໄລຍະຫ່າງຂອງແຮງງານພາຍໃນສູນ ເຫັນວ່າຍັງບໍ່ທັນປະຕິບັດໄດ້ດີເທົ່າທີ່ຄວນ ດັ່ງນັ້ນ ທາງຄະນະສະເພາະກິດຂັ້ນ
ແຂວງຈຶ່ງໄດ້ເລັ່ງໃສ່ສ້າງສູນກັກກັນຕື່ມອີກ ໂດຍກຳນົດເອົາສະຖານທີ່ອາຄານຫຼັງເກົ່າທີ່ຕັ້ງຢູ່ບ້ານໂນນສະຫວາດ ນະຄອນໄກສອນພົມ ວິຫານ ເປັນສະຖານທີ່ກັກກັນແຮງງານ
ແຫ່ງໃໝ່ຂອງແຂວງ ເຊິ່ງສະຖານທີ່ດັ່ງກ່າວມີເນື້ອທີ່ກວ້າງຂວາງສາມາດຮອງຮັບແຮງງານໄດ້ຫຼາຍເຖິງ 10.000 ກວ່າຄົນ. ທ່ານຮອງເຈົ້າແຂວງຍັງໄດ້ໃຫ້ຮູ້ຕື່ມອີກວ່າ: ແຮງງານທີ່ເຂົ້າມາແຂວງສະຫວັນນະເຂດ ຈາກຕົວເລກຫຼ້າສຸດປະຈຳວັນທີ 24 ກໍລະກົດ 2021 ມີທັງໝົດ 2.907 ຄົນ, ທົ່ວແຂວງມີຜູ້ຕິດເຊື້ອພະຍາດໂຄວິດ 19 ທີ່ກຳລັງປິ່ນປົວຢູ່ໂຮງໝໍພາກສະໜາມຂອງແຂວງໃນປັດຈຸບັນມີຈຳນວນທັງໝົດ 1.020 ຄົນ ແລະ ໃນໂອກາດດັ່ງກ່າວນີ້ ທ່ານຮອງເຈົ້າແຂວງ ກໍ່ໄດ້ຮຽກຮ້ອງມາຍັງ
ພະນັກງານ,ທະຫານ,ຕຳຫຼວດ ຕະ ຫຼອດຮອດປະຊາຊົນທຸກຄົນທັງໃນຕົວເມືອງ ແລະ ຊົນນະບົດ ຈົ່ງໄດ້ພ້ອມກັນເອົາໃຈໃສ່ປະຕິບັດຕາມມາດຕະການ, ແຈ້ງການ ກໍ່ຄືຄຳສັ່ງຕ່າງໆຂອງຄະນະສະເພາະກິດຂັ້ນສູນກາງ,ຂັ້ນແຂວງວາງອອກຢ່າງເຂັ້ມງວດ ໃນການປ້ອງກັນ,ສະກັດກັ້ນ ແລະ ຕອບໂຕ້ການແຜ່ລະບາດພະຍາດໂຄວິດ 19.
ພາບ-ຂ່າວ: ອັກສອນສິນ ພົມມະຈັນ