ເຂື່ອນໄຟຟ້າຫ້ວຍລໍາພັນຕອນລຸ່ມ ປ່ອຍປາ 20 ພັນໂຕ ຄືນສູ່ທໍາມະຊາດ

    0
    1001

    ຂປລ. ແຫລ່ງຂ່າວຈາກແຂວງເຊກອງ ໃຫ້ຮູ້ວ່າ: ວັນທີ 23 ກໍລະກົດ ຜ່ານມາ, ໂຄງການເຂື່ອນໄຟຟ້າຫ້ວຍລໍາພັນຕອນລຸ່ມ ໄດ້ຈັດພິທີປ່ອຍປາ 20 ພັນໂຕ ຄືນສູ່ທໍາມະຊາດ, ເຊິ່ງປະກອບມີປາປາກ, ປາໄນ ແລະ ປາກິນຫຍ້າ ຢູ່ອ່າງເກັບນໍ້າພາຍໃນເຂື່ອນ ເນື່ອງໃນໂອກາດວັນປ່ອຍປາ ແລະ ອະນຸລັກສັດນໍ້າ-ສັດປ່າແຫ່ງຊາດ ໂດຍມີພາກສ່ວນກ່ຽວຂ້ອງຕ່າງໆ ເຂົ້າຮ່ວມ.ທ່ານ ບຸນໂຮມ ຜິວລາລິນ ຫົວໜ້າໂຄງການກໍ່ສ້າງເຂື່ອນໄຟຟ້າຫ້ວຍລໍາພັນຕອນລຸ່ມ ໄດ້ໃຫ້ຮູ້ວ່າ: ການປ່ອຍໃນຄັ້ງນີ້ ເປັນການປະກອບ

    ສ່ວນປະຕິບັດເປົ້າໝາຍຕົ້ນຕໍຂອງຂະແໜງກະສິກໍາ ແລະປ່າໄມ້ ໂດຍສະເພາະເປົ້າໝາຍການຜະລິດ, ການປູກ, ການລ້ຽງ, ການປົກປັກຮັກສາ ແລະ ການຄຸ້ມຄອງສັດນໍ້າ-ສັດປ່າໃຫ້ມີຄວາມຍືນຍົງ ແລະ ໃນກົດ ໝາຍການປະມົງມາດຕາ 69 ກໍໄດ້ກໍານົດເອົາວັນທີ 13 ກໍລະກົດຂອງທຸກໆປີ ເປັນວັນປ່ອຍປາແຫ່ງຊາດ ເພື່ອອະນຸລັກ, ປົກປັກຮັກສາ ແລະ ພັດທະນາສັດນໍ້າໃຫ້ມີຄວາມອຸດົມສົມບູນ. ການປ່ອຍປາ ເປັນການຄືນຈໍານວນປະຊາກອນປາ ແລະ ຊະນິດພັນສັດນໍ້າໃຫ້ມີຈໍານວນທີ່ເພີ່ມຂຶ້ນໃນທໍາມະຊາດ. ພ້ອມກັນນີ້, ກໍເປັນການປະຕິບັດຕາມ 4 ຈຸດ ປະສົງຫລັກຂອງໂຄງການຄື: ຜະລິດພະລັງງານໄຟຟ້າ, ສ້າງໜອງປາໃຫຍ່ສໍາລັບການປະມົງ, ສ້າງເປັນແຫລ່ງທ່ອງທ່ຽວໃນ

    ອະນາຄົດ ແລະ ສະໜອງນໍ້າໃຫ້ແກ່ການຜະລິດນໍ້າປະປາຊົມໃຊ້ພາຍໃນແຂວງ.ໂອກາດນີ້, ທ່ານ ບຸນໂຮມ ຜິວລາລິນ ຍັງໄດ້ຮຽກຮ້ອງມາຍັງພາກສ່ວນຕ່າງໆທັງພາກລັດ ແລະ ເອກະຊົນຕະຫລອດຮອດປະຊາຊົນບັນດາເຜົ່າ ຈົ່ງຮ່ວມແຮງ ຮ່ວມໃຈກັນຄຸ້ມຄອງ, ປົກປັກສັກສາ ແລະ ພັດທະນາສັດນໍ້າ-ສັດປ່າ ທີ່ເປັນມູນມໍລະດົກທາງທໍາມະຊາດໃຫ້ໄດ້ຮັບການຮັກສາ, ຊົມໃຊ້ຍືນນານ ແລະ ເປັນມໍລະດົກຕົກທອດເຊັ່ນລູກເຊັ່ນຫລານຂອງພວກເຮົາຕະຫລອດໄປ.
    ຂ່າວ-ພາບ: ແກ້ວໄຊຍະວົງ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.