ດິນຍຸບທັບປະຊາຊົນລັກຂຸດຄົ້ນແຮ່ຄໍາ ແລະ ບໍ່ສາມາດຂຸດຄົ້ນເອົາຜູ້ເຄາະຮ້າຍອອກມາໄດ້

    0
    1223

    ໃນວັນທີ 18 ກໍລະກົດ 2021, ໄດ້ເກີດເຫດດິນຍຸບທັບປະຊາຊົນຈໍານວນ 7 ຄົນ ທີ່ລັກລອບຂູດຄົ້ນແຮ່ຄໍາ ຢູ່ພູສູງເຂດບ້ານແລທອງ ເມືອງພູກູດ ແຂວງຊຽງຂວາງ ພາກສ່ວນທີ່ກ່ຽວຂ້ອງປະເມີນແລ້ວແມ່ນບໍ່ສາມາດຂຸດຄົ້ນຜູ້ທີ່ຖືກເຄາະະຮ້າຍຂຶ້ນຈາກດິນຍຸຸບໄດ້ ເນື່ອງຈາກວ່າສະຖານທີ່ເກີດເຫດເປັນພູສູງ ດິນຍຸບໂຕເປັນບໍລິເວນກວ້າງ ແລະ ມີຄວາມສ່ຽງທີ່ຈະເກີດອຸບັດເຫດຊໍ້າ.

    ທ່ານ ສີວອນ ບຸດດາຈັນ ກໍາມະການພັກແຂວງ ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຖະແຫຼງຂ່າວໃນວັັນທີ 22 ກໍລະກົດ 2021 ໂດຍມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມວ່າ: ໃນວັນທີ 18 ກໍລະກົດ 2021, ເວລາປະມານ 14:00 ໂມງ ໄດ້ຮັບການລາຍງານເກີດເຫດດິນຍຸບທັບປະຊາຊົນ.

    ເມື່ອເປັນເຊັ່ນນັ້ນ, ຄະນະພັກອໍານາດການປົກຄອງຂອງເມືອງພູກູດໄດ້ຈັດກອງປະ ຊຸມປຶກສາຫາລື ແລະ ໄດ້ມອບໝາຍໃຫ້ການນໍາຂອງເມືອງສົມທົບກັບຫ້ອງການທີ່ກ່ຽວຂ້ອງ ແລະ ອໍານາດກການປົກຄອງບ້ານລົງກວດກາສະຖານທີ່ຕົວຈິງເຫັນວ່າ ມີມູນຄວາມຈິງ. ຜ່ານການເກັບກໍາຂໍ້ມູນຕົວຈິງເຫັນວ່າ

    ຜູ້ຖືກເຄາະຮ້າຍໃນຄັ້ງນີ້ມີຈໍານວນ 7 ຄົນ ຍິງ 1 ຄົນ ທັງໝົດແມ່ນພົນລະເມືອງຂອງເມືອງພູກູດ ຄື: ປະຊາຊົນບ້ານໂຈຍ 5 ຄົນ, ບ້ານບົງ 1 ຄົນ, ບ້ານເມືອງເສັງ 1 ຄົນ. ຕໍ່ກັນສະ ພາບບັນຫາດັ່ງກ່າວ,

    ຈິດໃຈທາງຄອບຄົວຂອງຜູ້ຖືກເຄາະຮ້າຍສະເຫນີຢາກຄົ້ນຫາຜູ້ທີ່ສູນຫາຍອອກມາ ເມື່ອເປັນເຊັ່ນນັ້ນ ການນໍາເມືອງພວກເຮົາໄດ້ຈັດກອງປະຊຸມປຶກສາຫາລືຫຼາຍຄັ້ງຢ່າງກົງໄປກົງມາພ້ອມທັງໄດ້ຂໍທິດຊີ້ ນໍາຈາກການນໍາຂັ້ນແຂວງ ແລະ ບັນດາພະແນກການທີ່ກ່ຽວຂ້ອງຂັ້ນແຂວງກໍໄດ້ເປັນຫ່ວງເປັນໄຍໄດ້ລົງມາສົມທົບກັບເມືອງ

    ເພື່ອພ້ອມກັນປະເມີນສະພາບການຕົວຈິງຄາດວ່າ ຜູ້ທີ່ຖືກເຄາະຮ້າຍຈະບໍ່ສາມາດຂຸດຄົ້ນອອກມາໄດ້ ເນື່ອງຈາກວ່າ ສະພາບຂອງພື້ນທີ່ເປັນພື້ນສູງ ແລະ ດິນຍຸບໂຕເປັນບໍລິເວນກວ້າງ ມີຄວາມສ່ຽງສູງທີ່ ຈະເກີດອຸບັດຕິເຫດຂຶ້ນຕື່ມອີກ ແລະ ຈະມີຜົນກະທົບຕໍ່ຊັບພະຍາກອນທໍາມະຊາດ, ສິ່ງແວດລ້ອມ ແລະ ສັງຄົມ ເປັນຕົ້ນແມ່ນໃກ້ບ່ອນທໍາການຜະລິດຂອງພໍ່-ແມ່ປະຊາຊົນ ແລະ ຈະສ້າງຄວາມບໍ່ສະຫງົບຢູ່ໃນສັງຄົມ.

    ບັນຫາລັກລອບຂຸດຄົ້ນແຮ່ຄໍາ, ເຊິ່ງກໍເປັນປະກົດ ການໜຶ່ງທີ່ເກີດຂຶ້ນ ແລະ ແກ່ຍາວມາດົນນານພໍສົມຄວນແລ້ວ ຕໍ່ກັບບັນຫານີ້ ຄະນະພັກອໍານາດການປົກຄອງແຂວງ ແລະ ເມືອງພູກູດ ພວກເຮົາກໍໄດ້ ເອົາໃຈໃສ່ໃນແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໆ ເປັນຕົ້ນແມ່ນໄດ້ເຮັດວຽກງານສຶກສາອົບຮົມການເມືອງແນວຄິດ ແລະ ເຜີຍແຜ່ຜົນຮ້າຍຂອງການຄຸດຄົ້ນແຮ່ຄໍາ ດ້ວຍຫຼາຍຮູບແບບ

    ພ້ອມທັງເອົາ ໃຈໃສ່ຕິດຕາມກວດກາ ເມື່ອພົບເຫັນບຸກຄົນທີ່ລັກລອບຂຸດຄົ້ນແຮ່ຄໍາກໍ່ໄດ້ນໍາເອົາມາແກ້ໄຂຕາມຂະ ບວນການທາງດ້ານກົດໝາຍ ພ້ອມທັງຕິດຕາມບັນດາກຸ່ມເປົ້າໝາຍ ເພື່ອວາງແຜນການແກ້ ໄຂຢ່າງເປັນລະບົບຕໍ່ເນື່ອງ ແຕ່ຍ້ອນຄວາມຢາກໄດ້ຂອງປະຊາຊົນຈໍານວນໜຶ່ງ ທີ່ມີແນວຄິດຢາກ ໄດ້ຈົນລືມຄໍານຶງເຖິງບັນຫາທີ່ຈະເກີດຂຶ້ນ ພ້ອມທັງຮຽກຂ້ອງໃຫ້ປະຊາຊົນຢຸດເຊົາລັກລອບຂຸດຄົ້ນແຮ່ຄໍາ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.