ເວົ້າເລື່ອງການຈາກລາ ບໍ່ວ່າຈາກເປັນ ຫຼື ຈາກຕາຍ ຄົນທີ່ຍັງຢູ່ຄືຄົນທີ່ທໍລະມານທີ່ສຸດ ຕ້ອງຢູ່ກັບຄວາມດຽວດາຍ ໄຮ້ຄົນນັ້ນທີ່ເຄີຍຄຽງຂ້າງກາຍ ທຸກເລື່ອງລາວໃນຊີວິດທີ່ມີຮ່ວມກັນ ຈະກາຍເປັນພຽງເລື່ອງເລົ່າທັນທີ.
ດັ່ງເຫດການການຈາກໄປຂອງລາຊາເພງລູກທົ່ງບ້ານນາ ອາຈານ ກິ ດາວເພັດ ໜູຫ່ວງ ເຊິ່ງສ້າງຄວາມໂສກເສົ້າໃຫ້ກັບແຟນເພງທົ່ວປະເທດ ໂດຍສະເພາະແມ່ນຄອບຄົວຂອງເພິ່ນເອງ ທີ່ຕ້ອງສູນເສຍເສົາຫຼັກຄອບຄົວໄປແບບກະທັນຫັນແບບນີ້.
ເຊິ່ງແນ່ນອນວ່າຄົນທີ່ຮັກ ຄົນໃນຄອບຄົວບໍ່ສາມາດລືມເພິ່ນໄປໄດ້ງ່າຍໆ ທຸກຢ່າງຍັງຢູ່ໃນຄວາມຊົງຈໍາ. ທຸກເຫດການທີ່ເຄີຍເຮັດຮ່ວມກັນ ຫຼື ຢູ່ຮ່ວມກັນຍັງຈະຢູ່ໃນໃຈພວກເຂົາຕະຫຼອດໄປ ໂດຍສະເພາະຜູ້ເປັນເມຍ ຍິ່ງອາໄລຫາຢູ່ຕະຫຼອດ, ຫຼ້າສຸດ ເອື້ອຍຄໍາພຸດ ໜູຫ່ວງ ໄດ້ໂພສຂໍ້ຄວາມເຖິງສາມີຜູ້ລ່ວງລັບໄປແລ້ວ ດ້ວຍຄວາມອາໄລຫາ.
ໂດຍຂໍ້ຄວາມດັ່ງກ່າວນັ້ນ ເມື່ອໄດ້ອ່ານແລ້ວ ຮູ້ເລີຍວ່າ ເພິ່ນຄິດຮອດຫາສາມີຫຼາຍພຽງໃດ ທຸກມື້ທີ່ຜ່ານໄປ ນັບມື້ດ້ວຍໃຈຈົດຈໍ່ ແລະ ສົ່ງຜ່ານຂໍ້ຄວາມທີ່ໂພສລົງໂຊຊຽວວ່າ: ມື້ນີ້ວັນທີ 24 ເດືອນ 7 ປີ2021ເປັນມື້ເຂົ້າພັນສາພໍດີຄົບຮອບ 1ປີ 3ເດືອນທີ່ເຈົ້າຈາກຂ້ອຍກັບລູກໄປສີ່ງດຽວທີ່ຂ້ອຍເຮັດໄດ້ກໍ່ຄືທໍາບຸນໃຫ້ເຈົ້າສາທຸເດີຂໍໃຫ້ຜົນບຸນທີ່ຂ້ອຍກັບລູກໄດ້ສ້າງໃນມື້ນີ້ຂໍໃຫ້ຮອດໃຫ້ເຖີງເຈົ້າເດີ(ກິດາວເພັດໜູຫ່ວງ).