ໜັງສືລາຍງານ! ເມືອງ ສອງຄອນ ພົບແຮງງານລາວກັກໂຕຄົບ 14 ມື້ ແຕ່ກັບບ້ານແລ້ວກວດພົບໂຄວິດ-19

    0
    2148

    ໜັງສືລາຍງານ! ເມືອງ ສອງຄອນ ພົບແຮງງານລາວກັກໂຕຄົບ 14 ມື້ ແຕ່ກັບບ້ານແລ້ວກວດພົບໂຄວິດ-19 ເຈົ້າເມືອງໆສອງຄອນ ໄດ້ອອກໜັງສືລາຍງານກ່ຽວກັບສະພາບການລະບາດຂອງໂຄວິດ-19 ໂດຍໄດ້ໃຫ້ຮູ່ວ່າ: ມີຄົນເຈັບຊື່ ນາງ ນຸ້ນ,ອາຍຸ 16 ປີ ບ້ານຢູ່ ທ່າແພ ເມືອງສອງຄອນ ແຂວງສະຫວັນນະເຂດ, ຢູ່ປະເທດໄທ ເຮັດງານບ້ານ (ເປັນແມ່ບ້ານ) ຢູ່ແຂວງອຸບົນຣາດຊະທານີ ເດີນທາງເຂົ້າມາທາງຂົວມິດຕະພາບ 2 ສະຫວັນນະເຂດ (ເຂົ້າມາຖືກຕ້ອງ)

    ຫຼັງຈາກກັບລາວວັນທີ 30 ມິຖຸນາ 2021 ຜົນກວດເປັນລົບ 2 ຄັ້ງບໍ່ມີອາການຫຍັງ ແລະນໍາຜູ້ກ່ຽວໄປກັກໂຕ 14 ວັນ, ວັນທີ 17 ກໍລະກົດ 2021 ໄດ້ຮັບອະນຸຍາດອອກຈາກສູນກັກກັນຂອງແຂວງ

    ພໍຮອດບ້ານ ກໍ່ພັກຜ່ອນຢູ່ບ້ານ ຜູ້ກ່ຽວບໍ່ໄດ້ໄປທາງໃດ ຕໍ່ມາຜູ້ກ່ຽວຮູ້ສຶກບໍ່ສະບາຍ ມີໄຂ້, ເຈັບຕົນຕົວ, ໄອແຫ້ງ, ເຈັບໜ້າເອິກເລັກນ້ອຍ, ຍາດພີ່ນ້ອງຈຶ່ງໄດ້ພາຜູ້ກ່ຽວໄປກວດຢູ່ໂຮງໝໍຊຸມຊົນເມືອງສອງຄອນ, ວັນທີ 19 ຜົນກວດອອກມາ ເປັນບວກ ໄດ້ນຳຜູ້ກ່ຽວກັບໄປປິ່ນປົວຕໍ່ທີ່ໂຮງໝໍເຊິ່ງຜູ້ທີ່ສຳຜັດໃກ້ຊິດປະມານ 31 ຄົນ ແລະຍັງບໍ່ຮູ້ຈຳນວນຜູ້ໂດຍສານທີ່ຂຶ້ນຄິວລົດດຽວກັນມາ ຄືຈາກສູນຫຼັ້ກ 4 ເຖິງ ຕະຫຼາດສາມັກຄີໄຊ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.