ຂ່າວດ່ວນ ປະກາດລັອກດາວແຂວງອັດຕະປື ເລີ່ມມື້ນີ້ເປັນຕົ້ນໄປ

    0
    674

    ແຂວງ ອັດຕະປີ ມີຄວາມເປັນຫ່ວງຕໍ່ຊີວິດການເປັນຢູ່ຂອງປະຊາຊົນທີ່ສ່ຽງຕໍ່ການຕິດເຊື້ອ ເນື່ອງຈາກຈຳປາສັກທີ່ເປັນແຂວງຮ່ວມຊາຍແດນຕອນນີ້ເກີດການຕິດເຊື້ອໃນຊຸມຊົນແລ້ວ ຈິ່ງຕ້ອງໄດ້ປະກາດລັອກດາວ ໃນເມື່ອອັດຕະປື ເປັນແຂວງທີ່ມີຊາຍແດນຕິດຈອດ ແລະ ມີການເຄື່ອນໄຫວ ໄປ-ມາ ເປັນປະຈໍາໃນທຸກໆວັນ ເຊິ່ງມີໂອກາດສ່ຽງທີ່ຈະນໍາເຊື້ອເຂົ້າມາແຜ່ລະບາດໃນແຂວງອັດຕະປືໄດ້.

    ດັ່ງນັ້ນ, ຄະນະສະເພາະກິດເພື່ອການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການ ລະບາດຂອງພະຍາດ COVID-19 ຂັ້ນແຂວງ ຈຶ່ງແຈ້ງການເພີ່ມເຕີມມາຍັງບັນດາທ່ານຮັບຊາບ ແລະ ປະຕິບັດເຂັ້ມງວດ ດັ່ງນີ້:


    1. ໃຫ້ສືບຕໍ່ປະຕິບັດຕາມແຈ້ງການສະບັບເລກທີ259/ຄສ1.ອປ, ລົງວັນທີ 19 ກໍລະກົດ 2021 ຢ່າງເຂັ້ມງວດ
    2. ປິດການເຂົ້າ-ອອກແຂວງຕໍ່ແຂວງ(Lockdown) ໃນໄລຍະ 07 ວັນ (ນັບແຕ່ວັນທີ 23 ກໍລະກົດ 2021 ຮອດ ວັນທີ 29 ກໍລະກົດ 2021) ຢ່າງເຂັ້ມງວດ.
    3. ຫ້າມເດີນທາງອອກໄປຕ່າງແຂວງ ແລະ ຜູ້ທີ່ຢູ່ຕ່າງແຂວງຫ້າມເຂົ້າມາແຂວງອັດຕະປື. ຍົກເວັ້ນກໍລະນີພິເສດທີ່ເຄື່ອນໄຫວທາງການອັນຈໍາເປັນ, ວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ລົດ ຂົນສົ່ງຄົນເຈັບ, ວຽກງານກູ້ໄພ-ວຽກງານດັບເພີງ, ແຮງານລາວ, ນັກສຶກສາລາວ ທີ່ຕົກຄ້າງຢູ່ຕ່າງປະເທດ ແລະ ຕ່າງແຂວງ (ໂດຍໄດ້ຜ່ານການພິຈາລະນາຄົ້ນຄວ້າຈາກຄະນະສະເພາະກິດຂັ້ນແຂວງ ແລະ ຕ້ອງໄດ້ປະຕິບັດມາດຕະການຕ່າງໆ ທີ່ຄະນະສະເພາະກິດວາງອອກຢ່າງເຂັ້ມງວດ.

    4. ຢຸດການອະນຸຍາດເດີນທາງເຂົ້າ-ອອກແຂວງ ສໍາລັບຜູ້ຂັບລົດ ແລະ ພະນັກງານຂົນສົ່ງສິນຄ້າທຸກປະເພດ.ຍົກເວັ້ນສະເພາະສິນຄ້າທີ່ຈໍາເປັນແທ້ໆ ເຊັ່ນ: ນໍ້າມັນເຊື້ອໄຟ, ເຄື່ອງກໍ່ສ້າງຂອງໂຄງການຟື້ນຟູໄພພິບັດ, ໂຄງການກໍ່ສ້າງເຂື່ອນໄຟຟ້າຕ່າງໆ ແຕ່ໃຫ້ມີການຄ່ຽນຖ່າຍພະນັກງານຂັບລົດຢູ່ລະຫວ່າງຊາຍແດນ ແລະ ມີການຜົ່ນຢາຂ້າເຊື້ອໃນຫ້ອງຂັບລົດພ້ອມທັງປະຕິບັດມາດຕະການໃນການປ້ອງກັນ ແລະ ຄວບຄຸມພະຍາດຢ່າງ ເຂັ້ມງວດ.


    5. ຕໍ່ງານບຸນປະເພນີ ໂດຍສະເພາະງານບຸນເຂົ້າພັນສາແມ່ນມອບໃຫ້ທຸກພາກສ່ວນໃນສັງຄົມເພີ່ມທະວີຄວາມເປັນເຈົ້າການ ແລະ ຮັບຜິດຊອບ ປະຕິບັດມາດຕະການໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ທີ່ທາງຄະນະສະເພາະກິດວາງອອກຢ່າງເຂັ້ມງວດ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.