ເຂື່ອນໄຟຟ້ານ້ຳອູ 1 ແຈ້ງປະຊາຊົນລຸ່ມເຂື່ອນເລື່ອງແຜນປ່ອຍນ້ຳ

    0
    777

    ໃຜຢູ່ລຸ່ມເຂື່ອນ ຫຼື ມີພີ່ນ້ອງຢູ່ລຸ່ມເຂື່ອນນ້ຳອູໃຫ້ບອກກັນໄວ້ ເນື່ອງຈາກທາງເຂື່ອນມີແຜນຈະປ່ອຍນ້ຳພາຍໃນວັນທີ 23 ກໍລະກົດ 2021 ນີ້  ແຕ່ໃນແຈ້ງການບໍໄດ້ລະບຸຊັດເຈນປ່ອຍອອກໜ້ອຍ ຫຼື ຫຼາຍສ່ຳໃດ ແນວໃດກໍ່ຕາມຜູ້ທີ່ຢູ່ລຸ່ມເຂື່ອນຕ້ອງບໍ່ປະໝາດ ແລະກຽມພ້ອມທຸກສະຖານະການຖ້າຫາກມີນ້ຳຖ້ວມເກີດຂຶ້ນ.

    ບໍລິສັດໄຟຟ້ານ້ຳອູຈຳກັດ-ໂຄງການເຂື່ອນໄຟຟ້ານ້ຳອູ1 ມີແຜນຈະລະບາຍນ້ຳ ໃນວັນທີ 23 ກໍລະກົດ 2021 ແລະໄດ້ອອກແຈ້ງການຄວາມປອດໄພ ໃນລະດັບການແຈ້ງເຕືອນສີຟ້າ ເຖິງອົງການປົກຄອງເມືອງປາກອູ ແຂວງຫລວງພະບາງ ທັງພາກລັດ ແລະພໍ່ແມ່ປະຊາຊົນ ທີ່ອາໄສຢູ່ລຸ່ມເຂື່ອນໄຟຟ້ານ້ຳອູ1 ເຊີ່ງທາງເຂື່ອນໄດ້ແຈ້ງເຕືອນໃຫ້ຊາບກ່ຽວກັບສິ່ງທີ່ຄວນລະວັງ ແລະເລື່ອງຄວາມປອດໄພ ດັ່ງນີ້:


    1. ເມື່ອທາງເຂື່ອນໄດ້ທຳການປ່ອຍນ້ຳ ຄວນຢຸດການເດີນເຮືອ, ຫາປາ, ລາກໄມ້ ແລະສິ່ງອື່ນໆຕາມລຳນ້ຳອູຢ່າງເດັດຂາດ.
    2. ເມື່ອເວລາເຂື່ອນປ່ອຍນ້ຳອອກ, ຜູ້ທີ່ບໍ່ກ່ຽວຂ້ອງກະລຸນາຢ່າງຫ່າງຈາກນ້ຳອູ.
    3. ອຳນາດການປົກຄອງຂອງແຕ່ລະບ້ານ ຕ້ອງແຈ້ງໃຫ້ແຕ່ລະຄອບຄົວມີສະຕິເຝົ້າລະວັງນ້ຳຖ້ວມ, ພ້ອມທັງແນະນຳບອກສອນໃຫ້ເດັກນ້ອຍຫ້າມລົງຫຼິ້ນນ້ຳ ແລະຫ້າມຈັບປາເດັດຂາດ.
    4. ກ່ອນຂ້າງຂົວ ຄວນເບີ່ງໃຫ້ແນ່ໃຈວ່າມີຄວາມປອດໄພ, ຫ້າມເຂົ້າໄປໃນພື້ນທີ່ມີຄວາມເຊາະເຈື່ອນ ແລະດິນເຈື່ອນທີ່ເປັນອັນຕະລາຍໂດຍເດັດຂາດ.

    5. ຍັບຍ້າຍຊັບສິນໄປສະຖານທີ່ທີ່ປອດໄພ.
    6. ຖ້າຫາກມີສັນຍານອັນຕະລາຍ, ການຈັດຕັ້ງບ້ານຕ້ອງແຈ້ງ ແລະຍົກຍ້າຍປະຊາຊົນໄປພື້ນທີ່ສູງ ເມື່ອເວລາເກີດນ້ຳຖ້ວມ ກະລຸນາອອກຈາກທີ່ຢູ່ອາໄສຂອງທ່ານຢ່າງໄວວາ ເພື່ອຍົກຍ້າຍໄປບ່ອນທີ່ປອດໄພ, ເລີ່ມປະຕິບັດການຊ່ວຍເຫຼືອຕົນເອງໃນຂະນະທີ່ລໍຖ້າການຊ່ວຍເຫຼືອຈາກທາງນອກ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.