ເຂື່ອນໄຟຟ້ານ້ຳອູ1 ແຈ້ງຈະໄດ້ລະບາຍນ້ຳ ໃນວັນທີ 23 ກໍລະກົດນີ້

    0
    433

    ເຂື່ອນໄຟຟ້ານ້ຳອູ1 ຈະລະບາຍນ້ຳ ໃນວັນທີ 23 ກໍລະກົດນີ້ບໍລິສັດໄຟຟ້ານ້ຳອູຈຳກັດ-ໂຄງການເຂື່ອນໄຟຟ້ານ້ຳອູ1 ມີແຜນຈະລະບາຍນ້ຳ ໃນວັນທີ 23 ກໍລະກົດ 2021 ແລະໄດ້ອອກແຈ້ງການຄວາມປອດໄພ ໃນລະດັບການແຈ້ງເຕືອນສີຟ້າ ເຖິງອົງການປົກຄອງເມືອງປາກອູ ແຂວງຫລວງພະບາງ ທັງພາກລັດ ແລະ​ ພໍ່ແມ່ປະຊາຊົນ ທີ່ອາໄສຢູ່ລຸ່ມເຂື່ອນໄຟຟ້ານ້ຳອູ1 ເຊີ່ງທາງເຂື່ອນໄດ້ແຈ້ງເຕືອນໃຫ້ຊາບກ່ຽວກັບສິ່ງທີ່ຄວນລະວັງ ແລະ​ ເລື່ອງຄວາມປອດໄພ ດັ່ງນີ້:

    1. ເມື່ອທາງເຂື່ອນໄດ້ທຳການປ່ອຍນ້ຳ ຄວນຢຸດການເດີນເຮືອ, ຫາປາ, ລາກໄມ້ ແລະ​ ສິ່ງອື່ນໆຕາມລຳນ້ຳອູຢ່າງເດັດຂາດ.2. ເມື່ອເວລາເຂື່ອນປ່ອຍນ້ຳອອກ, ຜູ້ທີ່ບໍ່ກ່ຽວຂ້ອງກະລຸນາຢ່າງຫ່າງຈາກນ້ຳອູ.3. ອຳນາດການປົກຄອງຂອງແຕ່ລະບ້ານ ຕ້ອງແຈ້ງໃຫ້ແຕ່ລະຄອບຄົວມີສະຕິເຝົ້າລະວັງນ້ຳຖ້ວມ, ພ້ອມທັງແນະນຳບອກສອນໃຫ້ເດັກນ້ອຍຫ້າມລົງຫຼິ້ນນ້ຳ ແລະຫ້າມຈັບປາເດັດຂາດ.

    4. ກ່ອນຂ້າມຂົວ ຄວນເບີ່ງໃຫ້ແນ່ໃຈວ່າມີຄວາມປອດໄພ, ຫ້າມເຂົ້າໄປໃນພື້ນທີ່ມີຄວາມເຊາະເຈື່ອນ ແລະດິນເຈື່ອນທີ່ເປັນອັນຕະລາຍໂດຍເດັດຂາດ.5. ຍັບຍ້າຍສັບສິນໄປສະຖານທີ່ທີ່ປອດໄພ.

    6.​ ຖ້າຫາກມີສັນຍານອັນຕະລາຍ, ການຈັດຕັ້ງບ້ານຕ້ອງແຈ້ງ ແລະຍົກຍ້າຍປະຊາຊົນໄປພື້ນທີ່ສູງ ເມື່ອເວລາເກີດນ້ຳຖ້ວມ ກະລຸນາອອກຈາກທີ່ຢູ່ອາໄສຂອງທ່ານຢ່າງໄວວາເພື່ອຍົກຍ້າຍໄປບ່ອນທີ່ປອດໄພ​ ແລະ ເລີ່ມປະຕິບັດການຊ່ວຍເຫຼືອຕົນເອງໃນຂະນະທີ່ລໍຖ້າການຊ່ວຍເຫຼືອຈາກທາງນອກ.

    Cr: ຂ່າວສານຫຼວງພະບາງ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.