ຂ່າວດີ ສຳລັບຄົນວ່າງງານ…!!! ປະທານສະມາຄົມ ອຸດສາຫະກຳຕັດຫຍິບລາວ ໃຫ້ສຳພາດ: ຕ້ອງການແຮງງານຈຳນວນຫລາຍ ເຂົ້າໃນໂຮງງານຕັດຫຍິບຢູ່ເຂດເສດຖະກິດພິເສດ

    0
    641

    ທ່ານ ໄຊບັນດິດ ຣາຊະພົນ, ປະທານສະມາຄົມອຸດສາຫະກຳຕັດຫຍິບລາວ ໃຫ້ສໍາພາດວ່າ: ຈຳນວນແຮງງານທີ່ຕ້ອງການທັງໝົດນີ້ ຈະປະກອບເຂົ້າໃນໂຮງງານຕັດຫຍິບຢູ່ເຂດເສດຖະກິດພິເສດຫລາຍກວ່າໝູ່ ເພາະເປັນໂຮງງານຂະໜາດໃຫຍ່ທີ່ມີຄວາມຕ້ອງການແຮງງານເປັນຈໍານວນຫລາຍ

    ນອກຈາກນີ້ ຈະປະກອບເຂົ້າໃນໂຮງງານຕັດຫຍິບຕ່າງໆ ໃນນະຄອນຫລວງວຽງຈັນ ຕາມຄວາມຕ້ອງການຕົວຈິງ ໂດຍເປີດຮັບທັງຜູ້ມີປະສົບການ ແລະ ບໍ່ມີປະສົບການໃນການຕັດຫຍິບມາກ່ອນ ເພາະມີຫລາຍຕໍາແໜ່ງງານ, ແຕ່ມີເງື່ອນໄຂວ່າທຸກຄົນຕ້ອງໄດ້ຜ່ານການກວດກາສຸຂະພາບ ໂດຍສະເພາະກວດຫາເຊື້ອພະຍາດ ໂຄວິດ ແລະ ຕ້ອງສັກວັກຊີນປ້ອງກັນພະຍາດດັ່ງກ່າວຄົບກ່ອນ.

    ຜູ້ທີ່ມີຄວາມສົນໃຈສະໝັກງານ ສາມາດຕິດຕໍ່ຫາຫ້ອງການແຮງງານ ແລະ ສະຫວັດດີການເມືອງ ຫລື ພະ ແນກແຮງງານ ແລະ ສະຫວັດດີການສັງຄົມແຂວງທີ່ຕົນອາໃສຢູ່ ເພື່ອເປັນໃຈກາງປະສານງານຕ່າງໆ ກັບພາກສ່ວນກ່ຽວຂ້ອງຢູ່ນະຄອນຫລວງວຽງຈັນ ຫລື ສາມາດຕິດຕໍ່ຫາສະມາຄົມອຸດສາຫະກຳຕັດຫຍິບລາວໄດ້ໂດຍກົງ.

    ທ່ານ ໄຊບັນດິດ ຣາຊະພົນ ໃຫ້ຮູ້ຕື່ມວ່າ: ສະມາຄົມອຸດສາຫະກຳຕັດຫຍິບລາວ ຈະຮ່ວມກັບຂະແໜງການທີ່ກ່ຽວຂ້ອງຂອງນະຄອນຫລວງວຽງ ຈັນ ເພື່ອຈັດບ່ອນພັກເຊົາໃຫ້ບັນດາແຮງງານຈາກຕ່າງແຂວງທີ່ເດີນທາງເຂົ້າມາສະໝັກງານຢູ່ຈຸດໃດໜຶ່ງ,

    ຫລັງຈາກນັ້ນ ຈະໃຫ້ຜູ້ປະກອບການໂຮງງານຕັດຫຍິບໄປສໍາພາດເອົາແຮງງານດ້ວຍຕົນເອງຕາມຄວາມຕ້ອງການຕົວຈິງໃນແຕ່ລະຕໍາແໜ່ງງານທີ່ຕ້ອງການ, ທັ້ງນີ້ ເພື່ອແນໃສ່ເຮັດໃຫ້ບັນດາຜູ້ປະກອບການຕັດຫຍິບສາມາດດໍາເນີນກິດຈະການໄດ້ຕໍ່ໄປ ພາຍໃຕ້ມາດຕະການປ້ອງກັນພະຍາດ ໂຄວິດ ໃນໂຮງງານຂອງຕົນຕາມທີ່ລັດຖະບານວາງອອກຢ່າງເຂັ້ມງວດ.

    ໂດຍ: ບຸນຕຽງ ຈັນທະວົງ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.