ດ່ວນ! ຈຳປາສັກ ສັ່ງໂຈະການຮຽນການສອນ ເພາະການເພີ່ມຂຶ້ນຂອງຜູ້ຕິດເຊື້ອໂຄວິດ-19

    0
    981

    ດ່ວນ! ຈຳປາສັກ ສັ່ງໂຈະການຮຽນການສອນ ເພາະການເພີ່ມຂຶ້ນຂອງຜູ້ຕິດເຊື້ອໂຄວິດ-19 ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະແກ້ໄຂການລະບາດຂອງພະຍາດ ໂຄ

    ວິດ-19 ແຂວງຈຳປາສັກ ໄດ້ໃຫ້ຮູ້ວ່າ: ການຄວບຄຸມການລະບາດມີຄວາມຈຳເປັນຕ້ອງເພີ່ມມາດຕະການຢ່າງເຂັ້ມງວດ ແລະຫຼັກການ ຍ້ອນມີຕົວເລກຜູ້ຕິດເຊື້ອເພີ່ມຂື້ນຂອງ

    ແຮງງານລາວທີ່ມາຈາກປະເທດໃກ້ຄຽງ ແລະ ໃນຊຸມຊົນ ອີກຢ່າງໜຶ່ງເນື່ອງຈາກແຮງງານລາວທີ່ຢູ່ປະເທດໃກ້ຄຽງກັບຄືນມາປະເທດໂດຍສະເພາະແຂວງຈຳປາສັກນັບມື້ເພີ່ມຂື້ນ

    ເຮັດໃຫ້ຕົວເລກການຕິດເຊື້ອຈາກການນຳເຂົ້າຂອງແຂວງຈຳປາສັກ ແມ່ນເພີ່ມສູງຂຶ້ນ ໂດຍສະເພາະສາຍພັນເດວຕາ ບາງມື້ມີ 50 ກໍລະນີ

    ເຈົ້າແຂວງຈຶ່ງໄດ້ສັ່ງປິດໂຮງຮຽນ, ຫ້າມດຳເນີນການຮ້ານຕ່າງໆ, ຫ້າມພະນັກງານໃນເຂດແດງມາເຮັດວຽກ, ໃຫ້ເວັ້ນໄລຍະຫ່າງ, ຫ້າມເດີນທາງເຂົ້າອອກເຂດແດງ, ປິດໂຮງງານອຸດສາຫະກຳ ແລະຫ້າມເຜີຍແຜ່ຂ່າວປອມ


    ດ່ວນ! ຈຳປາສັກ ສັ່ງໂຈະການຮຽນການສອນ ເພາະການເພີ່ມຂຶ້ນຂອງຜູ້ຕິດເຊື້ອໂຄວິດ-19

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.