ຍອດຜູ້ເສຍຊີວິດນໍ້າຖ້ວມໃນ ຈີນ ເພີ່ມເປັນ 25 ຄົນ

    0
    801

    ຍອດຜູ້ເສຍຊີວິດນໍ້າຖ້ວມໃນ ຈີນ ເພີ່ມເປັນ 25 ຄົນ ຂປລ.ອ້າງຕາມຂ່າວ ປັກກິ່ງ, ວັນທີ 21 ກໍລະກົດ, ຍອດຜູ້ເສຍຊີວິດ ເພີ່ມຂຶ້ນ 25 ຄົນ ຈາກກໍລະນີ ນໍ້າຖ້ວມ, ລະບົບລົດໄຟ ໃຕ້ດິນ ໃນເມືອງເຈີງໂຈວ ເມືອງເອກຂອງ ມົນທົນ ເຫີຫນານ ໃນພາກກາງຂອງ ຈີນ ຫລັງຈາກເກີດ ຝົນຕົກລົງມາ ຢ່າງໜັກ ໃນເມືອງ ດັ່ງກ່າວ, ຊຶ່ງເປັນ

    ສະພາບ ອາກາດ ທີ່ເຈົ້າໜ້າທີ່ ດ້ານອຸຕຸນິຍົມ ວິທະຍາ ລະບຸວ່າ, ເປັນຝົນຕົກໜັກ ທີ່ສຸດໃນຮອບ 1000 ປີ. ໂດຍເປັນເມືອງ ທີ່ຕັ້ງຢູ່ ແຄມຝັ່ງແມ່ນໍ້າເຫລືອງ ເຊັ່ນເມືອງເຈີງໂຈວ ມີລາຍງານ ເຮືອນຊານ ພັງຖະຫລົ່ມ ເນື່ອງຈາກ ຝົນຕົກໜັກ. ເຈົ້າໜ້າທີ່ ເມືອງນີ້ກ່າວວ່າ: ສາມາດຊ່ວຍເຫລືອ ປະຊາຊົນ ອອກມາຈາກ ລະບົບລົດໄຟ ໃຕ້ດິນ

    ທີ່ມີນໍ້າຖ້ວມຫລາຍກວ່າ 500 ຄົນ ແລະ ໄດ້ສັ່ງຢຸດຕິ ລົດປະຈຳທາງ ຊຶ່ງເປັນສາເຫດ ໃຫ້ປະຊາຊົນ ຈຳນວນຫລວງຫລາຍ ຕ້ອງໄປໃຊ້ ບໍລິການ ລົດໄຟໃຕ້ດິນ. ເມືອງ

    ເຈິງໂຈວ ມີປະຊາກອນ 12 ລ້ານຄົນ ແລະ ຢູ່ຫ່າງຈາກ ນະຄອນຫລວງ ປັກກິງ ໄປທາງ ຕາເວັນຕົກສ່ຽງໃຕ້ ປະມານ 650 ກິໂລແມັດ. ຊຶ່ງເຈົ້າໜ້າທີ່ ຄາດວ່າ ຈະເກີດຝົນຕົກລົງ ມາຢ່າງຕໍ່ເນື່ອງ ໄປອີກ 3 ວັນ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.