ແຈ້ງເຕືອນຝົນຕົກໜັກປະຈໍາວັນທີ 22 ກໍລະກົດ 2021ຮ່ອງຄວາມກົດດັນອາກາດຕໍ່າຍັງສືບຕໍ່ພາດຜ່ານຢູ່ເຂດພາກເໜືອຂອງປະເທດລາວ, ພ້ອມດຽວກັນ ພາຍຸໝຸນເຂດຮ້ອນ ເຈິມປາກ່າ ປະຈຸບັນມີຈຸດສູນກາງຢູ່ເສັ້ນຂະໜານທີ່ 22.5 ອົງສາເໜືອ ແລະ ເສັ້ນແວງທີ່ 109.3 ອົງສາຕາເວັນອອກ ແລະ ໄດ້ສືບຕໍ່ເຄື່ອນທີລົງມາໃກ້ທາງພາກ
ເໜືອຂອງ ສ.ສ ຫວຽດນາມ, ຊຶ່ງໄດ້ເຮັດໃຫ້ລົມມໍລະສຸມຕາເວັນຕົກສ່ຽງໃຕ້ໄດ້ມີກໍາລັງແຮງເພີ້ມຂຶ້ນພັດປົກຄຸມ. ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງ ຟ້າເຫຼຶ້ອມໃນລະດັບຄ່ອຍ ຫາ ປານກາງຢູ່ໃນແຕ່ລະພາກ ແລະ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກເໜືອ ດ້ານຕາເວັນອອກ ລົງຫາ ພາກກາງ.
ແຈ້ງເຕືອນຝົນຕົກໜັກປະຈໍາວັນທີ 22 ກໍລະກົດ 2021
ແຈ້ງເຕືອນຝົນຕົກໜັກປະຈໍາວັນທີ 22 ກໍລະກົດ 2021
ແຈ້ງເຕືອນຝົນຕົກໜັກປະຈໍາວັນທີ 22 ກໍລະກົດ 2021