ຮັນນີ້ ລຳເງິນ MTL20 ຈາກນັກກີລາ ເທຄວັນໂດ ສາຍດໍາ ສູ່ເວທີ Miss Teen Laos 2021

    0
    752

    ຈາກສາວນ້ອຍນັກກີລາເທຄວັນໂດ ສາຍດໍາ ມາເປັນສາວໝັ້ນ ແລະ ໂດດເດັ່ນເທິງເວທີ Miss Teen Laos 2021 ມາລຸ້ນ ແລະ ເຊຍໃຫ້ສາວນ້ອຍຄົນນີ້ໄດ້ເຂົ້າເຖິງຮອບ 10 ຄົນ ລຳເງິນ ເທບສີເມືອງ ຫຼື ຮັນນີ້ MTL20 ປັດຈຸບັນອາຍຸ 15 ປີ ຈາກໂຮງຮຽນສອງພາສາລາວ – ຫວຽດນາມ ຫວຽນຢູ ຊັ້ນມ 5 ນະຄອນຫຼວງວຽງຈັນ.

    ນ້ອງຮັນນີ້ ໄດ້ໃຫ້ສໍາພາດວ່າ: ບໍ່ເຄີຍຜ່ານເວທີປະກວດໃດມາກ່ອນເລີຍ ມິສທີນລາວເປັນເວທີທໍາອິດຂອງນ້ອງ ແລະ ນ້ອງຈະເຮັດໃຫ້ເຕັມທີ່ທີ່ສຸດ, ຄວາມໃຝ່ຝັນຂອງນ້ອງກັບເວທີມິສທີນລາວ ກໍຄືເປັນມິສທີນລາວຄົນຕໍ່ໄປ, ໄດ້ຄອບຄອງມົງກຸດເປັນດວງດາວແຫ່ງຍຸກສະໄໝ ແລະ ໄດ້ເປັນຕົວຢ່າງທີ່ດີໃຫ້ແກ່ຊາວໜຸ່ມທຸກຄົນລາວ ຄວາມໃຝ່ຝັນກ່ຽວກັບວົງການບັນເທີງ ກໍຄືການທີ່ນ້ອງໄດ້ມີໜ້າມີຕາມີຊື່ສຽງໃນວົງການບັນເທີງ ແລະ ເປັນສ່ວນໜຶ່ງໃນການຂັບເຄື່ອນວົງການບັນເທີງລາວໃຫ້ກ້າວໄປສູ່ລະດັບສາກົນ.

    ຮັນນີ້ເອງມີຄະຕິປະຈໍາໃຈຢູ່ວ່າ “ ຄົນອື່ນບໍ່ໃຫ້ໂອກາດເຮົາ ຍັງບໍ່ໜ້າເສົ້າເທົ່າເຮົາບໍ່ໃຫ້ໂອກາດຕົວເອງ ” ສໍາລັບຈຸດເດັ່ນທີ່ນ້ອງຈະໃຊ້ຊະນະໃຈກຳມະການໄດ້ກໍຄື ຄວາມຕັ້ງໃຈ, ຄວາມມຸ່ງໝັ້ນ, ທະເຍີທະຍານຂອງນ້ອງ ແລະ ເຊື່ອວ່າກຳມະການຈະເຫັນໃນ ຄວາມຕັ້ງໃຈນີ້ ແລະ ອີກຢ່າງທີ່ສຳຄັນກໍຄືຄວາມເປັນຕົວຂອງຕົວເອງ ນ້ອງເປັນແບບໃດນ້ອງຈະສະແດງອອກໄປໃນແບບທີ່ນ້ອງເປັນໃຫ້ກຳມະການໄດ້ເຫັນເຖິງຄວາມເປັນເຮົາແບບທີ່ບໍ່ຄືໃຜ ເພາະຖ້າຫາກເຮົາພະຍາຍາມທີ່ຈະບໍ່ເປັນຕົວຂອງຕົວເອງ, ພະຍາຍາມທີ່ຈະເປັນແບບຄົນອື່ນຄົນອື່ນກໍຈະມັກຈະຮັກໃນແບບທີ່ບໍ່ແມ່ນຕົວຕົນຂອງເຮົາ, ສະນັ້ນເຮົາຄວນເປັນຕົວຂອງຕົວເອງໃຫ້ກຳມະການໄດ້ເຫັນໄດ້ຮັກໃນຄວາມເປັນເຮົາແບບທີ່ບໍ່ມີໃຜເປັນ.

    ການເຂົ້າຮ່ວມປະກວດໃນຄັ້ງນີ້ ນ້ອງກໍໄດ້ມີການກຽມ ຄວາມພ້ອມໃນທຸກດ້ານ ທຸກຢ່າງເກັບທຸກເມັດໃສ່ໃຈທຸກລາຍລະອຽດ, ບໍ່ວ່າຈະເປັນບຸກຄະລິກທ່າທາງ, ການເວົ້າ, ການຕອບຄໍາຖາມ, ການເດີນແບບ ແລະ ການວາງຕົວຕ່າງໆ ເພື່ອໃຫ້ເໝາະສົມກັບເວທີການປະກວດໃນຄັ້ງນີ້.

    ໃນການປະກອບສ່ວນຊ່ວຍເຫຼືອສັງຄົມຂອງຮັນນີ້ ແມ່ນໄດ້ໄປເປັນອາສາສະໝັກໃນທຸກໆເທສະການໃນການເກັບຂີ້ເຫຍື້ອທີ່ຕົກເຫຼືອໃນເທສະການຕ່າງໆ, ກິດຈະກຳຍາມວ່າງທີ່ນ້ອງມັກເຮັດຄືການຫຼິ້ນກີລາ, ເບິ່ງຂ່າວ; ສະຕາຍການແຕ່ງຕົວລຽບງ່າຍ, ສະບາຍໆ ຜົນງານທີ່ນ້ອງຢາກຝາກກໍຄືຖ່າຍແບບ, ເດີນແບບ ຝາກຕິດຕາມຝາກເຊຍຮັນນີ້ ໄດ້ທີ່ Facebook: Meiniang Tsm ແລະ ig honey.tsm ແດ່ເດີ.

    ຮູບ: Meiniang Tsm

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.