ຜູ້ໃຊ້ເຟສບຸກຊື່ KhamMai Khn ໄດ້ໂພສວ່າ: ອ່ານກ່ອນໃຜທີ່ມີແຟນເພາະມັນຄືຊີວິດຈີງຂ້ອຍ
ນັບເປັນມື້ທີ່ທໍລະມານສຸດ ເປັນມື້ທີ່ຄິດຮອດສຸດ
ນັບເປັນເດືອນທີ່ທໍລະມານ ເປັນເດຶອນທີ່ຄິດຮອດ
ເປັນເດືອນທີ່ບໍ່ໄດ້ລົມ,ບໍ່ໄດ້ແຊດ,ບໍ່ໄດ້ໂທຫາວ່າເລື່ອງດີໆໃນຊີວິດໃຫ້ກັນຟັງທຸກມື້
ຊິວິດທີ່ກຳລັງຈະເຕີບໂຕ ອານາດຄົດ ໜ້າທີການງານ
ຖ້າມື້ທີ່ຂ້ອຍຮຽນຈົບ 1 ປີ ທຸກຢ່າງຊີມີກັນແລະກັນ
ຖ້າມື້ແຕ່ງງານກັນ ແລະ ຄວາມຝັນທີ່ວ່າກັນໄວ້
ຫຼັງຈາກຂ້ອຍຮຽນຈົບ ເຮົາຊີສ້າງອານາດຄົດໄປນຳກັນ ມີເຮືອນເປັນຂອງເຮົາ ມີລົດເປັນຂອງເຮົາ ແລະ ມີລູກໄປນຳກັນ ວາດຝັນໄວ້ຫຼາຍໆຢ່າງ ແຕ່ສຸດທ້າຍກະຈົບລົງພາຍໃຈພີບຕາ
ທຸກເທື່ອທີ່ຈະກີນຈະນອນ ທຸກພາບຄວາມຊົງຈຳຍັງບໍ່ລືມ ພາບທີ່ເຄີຍຮ່ວມທຸກ,ຮ່ວມສຸກ ພາບມີແຕ່ຮ່ອຍຍີ້ມ ແລະ ສຽງຫົວ ພາບທີ່ເຄີຍນັ່ງກີນເຂົ້ານຳກັນແບບຄອບຄົວ ທຸກໆສະຖານທີທີ່ເຄີຍໄປ ອາຫານທີ່ເຈົ້າມັກກີນ ເພລງທີ່ເຈົ້າມັກຟັງກ່ອນນອນ ສຽງແຊດທີ່ໄດ້ເຫັນທຸກເຊົ້າ ແລະກ່ອນຊີນອນ ມັນເຫຼືອພຽງພາບຖ່າຍ ແລະ ຄວາມຊົງຈຳ
ຕະຫຼອດໄລ່ຍະທີຄົບກັນມາ4-5ປີ ເຮົາບໍ່ເຄີຍຫ່າງກັນເລີຍ
ເຈົ້າມາຫາຂ້ອຍທຸກແລງວັນສຸກ-ເສົາ ຕ່າງຄົນຕ່າງເຮັດໜ້າທີ່ຂອງໃຜລາວ ເຮົາກໍມີໜ້າທີຮຽນ ລາວກໍມີໜ້າທີ່ຂອງລາວ ແຕ່ເຮົາສອງຄົນກະເຂົ້າໃຈກັນ ເຖິງຊີຜິດຊີຖຽງກັນກໍເລື້ອງທຳມະດາ ສີ່ງທີ່ຂ້ອຍພູມໃຈສຸດໃນຕົວຂອງຜູ້ຊາຍຄົນນີ້ ຄືບໍ່ເຄີຍສົນນຳຜູ້ຍີງຄົນໃດ ບໍ່ເຄີຍເຮັດໃຫ້ເສຍໃຈເລີຍ ຈື່ງເຮັດໃຫ້ຂ້ອຍໝັ້ນໃຈທີ່ສຸດນີ້ແດະຄືຜູ້ຊາຍຄົນດຽວທີ່ຈະຝາກຊິວີດໄວ້ຕະຫຼອດໄປ
ວັນທີລາວເສຍຊິວິດ19/7/2021 ເປັນນາທີທີ່ບີບຫົວໃຈສຸດ ນັ່ງແນມເຫັນຮູບໃນໂລງສົບນ້ຳຕາໄຫຼ ກ່ອນນອນເຮົາບອກເພີ່ນວ່າຖ້າຢູ່ໃນນັ້ນມັນອຶດອັດ ໃຫ້ມານອນນຳເຮົາເດິ
ຕະຫຼອດໄລຍະທີ່ໄປຫາຈົນຈັດງານສົບແລ້ວສົ່ງເພິ່ນຂື້ນສະຫວັນເປັນເຈົ້າຊາຍ ຊິວິດທີ່ມີກັນ ຄວາມຝັນທີວາດໄວ້ກະພັງສະຫຼາຍ ສີ່ງດຽວທີ່ເຮັດໄດ້ຄື ເຮັດໃຈ ຍອມຮັບກັບໂຊກສະຕາ ບຸນວາດສະໜາທີ່ມີຕໍ່ກັນເຮົາສ້າງມານຳກັນພຽງຊຳນີ້ ເຮົາໄດ້ຮູ້ຈັກກັນ ໄດ້ຄົບກັນ ມັນກໍດີທີ່ສຸດແດະ
ຟັງຂ້ອຍເດິເຮີຍ
ຂ້ອຍຊີບອກຄິດຮອດທຸກມື້ ເຖີງແມ້ຊີໄປບໍ່ຮອດ
ຈະບອກຮັກທຸກມື້ ເຖີງແມ້ເຈົ້າຈະບໍ່ໄດ້ຍີນສຽງກັນອີກ
ຈະກອດເຈົ້າຜ່ານທຸກເລື່ອງລາວ ເຖີງແມ້ຈະກອດກັນບໍ່ໄດ້
ຕະຫຼອດມາຂ້ອຍບໍ່ເຄີຍເສຍໃຈ ຫຼືມານັ່ງໂທດຕົວເອງເພາະຕະຫຼອດຜ່ານມາທີ່ເຈົ້າເຈັບ ເຈົ້າປ່ອຍ ຂ້ອຍຢູ່ຄຽງຂ້າງເຈົ້າຕະຫຼອດ ຄ່ອຍເບີ່ງແຍງດູແລຕະຫຼອດ
ຢາກຝາກຂໍ້ຄວາມນີ້ຜ່ານສາຍລົມ ຜ່ານດາວເທີງຟ້າ ຖ້າແນມລົງມາເຫັນ ຄົງຈະດິໃຈອຸ່ນໃຈບໍ່ນ້ອຍ
ຝາກເຖິງທຸກຄົນ ທີ່ຍັງມີຄູ່ຮັກ
ບອກຮັກກັນໃນວັນທີ່ເຂົາໄດ້ຍີນ
ກອດເຂົາໃນວັນທີເຂົາໄດ້ຍີນ
ຈັບມືກັນໄວ້ແນ່ນໆນະ ໃນວັນທີ່ມີລົມຫາຍໃຈ
ຢາກບອກວ່າຮັກ ແລະ ຊີຢູ່ໃນຄວາມຊົງຈຳຕະຫຼອດໄປ
ມາສົ່ງລະເດີຕາມຄຳສັນຍາທີ່ເຄີຍມີກັນ ຢູ່ນຳຈົນວີນາທີສຸດທ້າຍ
#ເຈົ້າຊາຍຂອງຊິວິດ
ຈະຢູ່ໃນຄວາມຊົງຈຳຕະຫຼອດໄປ
ຮັກເດີ
#ພີມທັງນ້ຳຕາ