ວັນທີ 17 ກໍລະກົດ 2021 ອົງການປົກຄອງບ້ານນໍ້າອ້ອນ ເມືອງໄຊຈຳພອນ ແຂວງບໍລິຄຳໄຊ ໄດ້ນໍາພາປະຊາ ຊົນພາຍໃນບ້ານ 200 ກ່ວາແຮງງານ ອອກແຮງງານສ້າງຂົວໄມ້ຂ້າມນໍ້າອ້ອນ ໄປຫາໂຮງໝໍຊຸມຊົນຂອງເມືອງ ເຊີ່ງມີຄວາມຍາວ 35 ແມັດ, ກ້ວາງ 1,5 ແມັດ ເປັນຂົວທີ່ນໍາໃຊ້ໄມ້ຈີງ ແລະ ໄມ້ປ່ອງມາສ້າງ ເພື່ອແກ້ໄຂການທຽວລົດຈັກ ແລະ ຄົນຍ່າງໃນໄລຍະລະດູຝົນ.
ທຶນທີ່ນຳມາໃຊ້ ໃນການສ້າງຂົວນີ້ ແມ່ນໄດ້ມາຈາກການສົມທົບຂອງບັນດາພາກສ່ວນທຸລະກິດ ແລະ ບຸກຄົນ ທັງໝົດ 2.890.000 ກີບ, ສ່ວນໄມ້ແມ່ນການປະກອບສ່ວນຂອງປະຊາຊົນບ້ານນໍ້າອ້ອນ ໄດ້ນໍາໃຊ້ງົບປະມານຊື້ອຸປະກອນຈໍາເປັນໃນການສ້າງຂົວເປັນຕົ້ນແມ່ນ: ເຫຼັກຕະປູ, ສາຍຫຼວດເຫຼັກຊື່ງມີມູນຄ່າ 735.000 ກີບ ແລະ ນໍ້າດື່ມທີ່ໄດ້ຮັບການສະໜັບສະໜູນຈາກຫ້ອງການສາທາ ລະນະສຸກເມືອງ ລວມເປັນເງິນຈໍານວນ 1.000.000 ກີບ.
ທີ່ມາ: Media Lao