ເມສຊີ ທໍາລາຍສະຖິຕິນັກກີລາໂພສຮູບກັບຂັນແຊັມ ໂຄປາ ອາເມຣິກາ ລົງ IG ໄດ້ຍອດໄລທ໌ຫຼາຍທີ່ສຸດ

    0
    792

    ລິໂອເນລ ເມສຊີ ກອງໜ້າຕົວເກັ່ງຂອງ ບາເຊໂລນາ ສ້າງສະຖິຕິເປັນນັກກີລາທີ່ທີ່ໄດ້ຍອດໄລທ໌ຫຼາຍທີ່ສຸດຄົນໃໝ່ໃນປັດຈຸບັນ ລັງຈາກທີ່ໂພສຮອບລົງ ອິນສະຕາແກຣນ ( IG ) ມີຄົນຍອດໄລທ໌ ( ຄົນກົດຖືກໃຈ ) ຫຼາຍເຖິງ 21 ລ້ານກວ່າຄົນເປັນທີ່ຮຽບຮ້ອຍ.

    ເມສຊີ ກອງໜ້າທີມຊາດອາກຊັງຕິນ ໂພສຮູບຕົວເອງກອດກັບຂັນແຊັມ ໂຄປາ ອາເມຣິກາ 2021 ຫຼັງຈາກທີ່ພາ ອາກຊັງຕິນ ບຽດເອົາຊະນະ ບຣາຊິນ 1-0 ໃນນັດຊີງຊະນະເລີດໃນຫຼາຍອາທິດ ທີ່ຜ່ານມາ ແລະ ມາຮອດປັດຈຸບັນ ( ອັບເດດວັນທີ 21 ກໍລະກົດ 2021 ເວລາ 11:45 ນາທີໆ ) ຮູບດັ່ງກ່າວມີຍອດໄລທ໌ເພີ່ມຂຶ້ນເປັນ 21.205.729 ຄົນ.

    ພາບດັ່ງກ່າວ ເມສຊີ ໃສ່ຂໍ້ຄວາມວ່າ: “ ຊ່າງເປັນຄວາມບ້າທີ່ໜ້າຮັກຫຼາຍ! ນີ້ມັນເຫຼືອເຊື່ອຫຼາຍ! ຂອບໃຈພະເຈົ້າ! ພວກເຮົາຄືແຊັມ ” ເຊິ່ງມີຄົນກົດຖືກໃຈເຖິງ 21 ລ້ານກວ່າຄົນແລ້ວ ທໍາລາຍສະຖິຕິຮູບນັກກີລາທີ່ມີຍອດໄລທ໌ສູງສຸດຕະຫຼອດການທໍາລາຍສະຖິຕິຂອງ ຄຣິສເຕຍໂນ ໂຣນັລໂດ ທີ່ໂພສພາບລະນຶກເຖິງ ດິເອໂກ ມາຣາໂດນາ ທີ່ໄດ້ຍອດໄລທ໌ໄປຫຼາຍກວ່າ 19,8 ລ້ານຄັ້ງ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.