ເລື່ອງລາວໜ້າເສົ້ານີ້ເປັນບົດຮຽນໃຫ້ເຮົາເຫັນວ່າຈັ່ງໃດກໍ່ບໍ່ເທົ່າຄອບຄົວພໍ່ແມ່ດຽວກັນ ຜົວເມຍຍາມຮັກກໍ່ຮັກຈົນຈະກືນເອົາກັນ ແຕ່ເມືອຊັງກັນມີບັນຫາຂຶ້ນມາອີຫຍັງກໍ່ເກີດຂຶ້ນໄດ້ ດັ່ງຊາຍຊົ່ວຄົນນີ້ໄດ້ເມຍຜູ້ງາມບໍ່ຖະໜອມໄວ້ຫາແນວມາທຳລາຍ ຫຼິ້ນກັບນະລົກຢາອີຢາແດງສຸດທ້າຍກໍຈົບລົງທີ່ຄຸກ ທີ່ສຸດເສຍໃຈກວ່ານັ້ນລູກໆຕ້ອງກຳພ້າພໍ່ແມ່ ດີແຕ່ຕອນນີ້ຈັບໄດ້ແລ້ວ.
ຈາກເຫດຄາດຕະກຳທີ່ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ພາໃຫ້ສອງເອື້ອຍນ້ອງໄດ້ຈາກໄປຕະຫຼອດການ ແລະ ບາດເຈັບອີກ 1 ຄົນ ເມື່ອເວລາ 12:15 ນາທີ ຂອງວັນທີ 19 ກໍລະກົດ 2021 ຊາບຊື່ຫຼັງເຈົ້າໜ້າທີ່ໄປເຖີງຈຸດເກີດເຫດຮູ້ວ່າ: ຜູ້ໂຊກຮ້າຍທີ່ໄດ້ຈາກໄປຄົນທຳອິດແມ່ນນາງ ອັກປະລິນຍາ ເຜົ່າສີວົງສາ ຫຼື ກີ້ ອາຍຸ 26 ປີ ອາຊີບ ຄ້າຂາຍ ແລະ ນາງ ລາລິຕາ ເຜົ່າສີວົງສາ ອາຍຸ 24 ປີ ອາຊີບ ຄ້າຂາຍ ທັງ 2 ເປັນເອື້ອຍນ້ອງກັນ ສ່ວນຜູ້ບາດເຈັບ 01 ຄົນ ຄື: ນາງ ປະກິດ ເຜົ່າສີວົງສາ ອາຍຸ 55 ປີ ອາຊີບ ຄ້າຂາຍ ເປັນແມ່ຂອງຜູ້ໂຊກຮ້າຍທັງ 2 ແມ່ ແລະຜູ້ລອດຄົນດັ່ງກ່າວເປັນຄົນຊີ້ຕົວຜູ້ກໍ່ເຫດຄື ທ້າວ ພຸດທະກອນ ຊາພັກດີ ຫຼື ຕ້ອມ (ຕ່ອຍ) ອາຍຸ 32 ປີ ກຳມະກອນ ຢູ່ບ້ານທົ່ງກາງ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ພາຍຫຼັງກໍເຫດແລ້ວຜູ້ກ່ຽວໄດ້ເອົາໂຕລົບໜີ.
ເຈົ້າໜ້າທີ່ ປກສ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເປີດເຜີຍວ່າ: ພວກເຮົາໄດ້ຮ່ວມກັນລົງສະຖານທີ່ເກີດເຫດ ພາຍຫຼັງໄດ້ຮັບຂໍ້ມູນ ແລະ ຜ່ານການກວດກາ ຊັນນະະສູດ ສະຖານທີ່, ເກັບກຳຂໍ້ມູນໄດ້ເບື້ອງຕົ້ນ ແລະ ຕາມຄຳໃຫ້ການຂອງ ນາງ ປະກິດ (ແມ່ຂອງຜູ້ຈາກໄປ) ໃຫ້ຮູ້ວ່າ ຜູ້ກໍເຫດລົງມືຄັ້ງນີ້ ແມ່ນ ທ້າວ ກິດທະກອນ ຫຼື ຕ້ອມ ອາດີດເປັນລູກເຂີຍຂອງຕົນ ເຊີ່ງໄດ້ແຕ່ງງານກັບລູກສາວ ນາງ ອັກປະລີນຍາ ໃນປີ 2017 ແລະ ມີລູກນຳກັນ 2 ຄົນ (ເພດຊາຍ) ລູກກົກ 3 ປີ ປາຍ ແລະ ລູກຜູ້ທີ່ສອງ 1 ປີ ປາຍ ໃນໄລຍະທັງສອງໃຊ້ຊີວິດເປັນຄູ່ຜົວເມຍ, ຜູ້ເປັນຜົວໄປພົວພັນກັບຢານະລົກ, ຕິດການພະນັນທາງອອນລາຍ ແລະ ເຄີຍມີປາກສຽງໃຊ້ຄວາມຮຸນແຮງກັບເມຍເປັນປະຈຳ (ຕີເມຍ) ມາຮອດເດືອນ 2 ປີ 2020 ຜູ້ເປັນເມຍທົດຕໍ່ການກະທຳຂອງຜົວບໍ່ໄດ້ ຈິ່ງໄດ້ຮ້ອງຟ້ອງຂໍຢ່າຮ້າງ ຢູ່ສານປະຊາຊົນເຂດ 3 ນວ.
ຕົກມາຮອດ ວັນທີ 19 ກໍລະກົດ 2021 ເວລາປະມານ 8:30 ນາທີ ທັງສອງຄົນພ້ອມດ້ວຍຍາດພີ່ນ້ອງໄດ້ພາກັນໄປຟັງຄຳຕັດສິນຂອງສານກ່ຽວກັບການລ້ຽງດູລູກທັງ 2 ຄົນ, ສານປະຊາຊົນວິນິດໄສ ໃຫ້ນາງ ອັກປະລິນຍາ ຫຼື ກີ້ ໄດ້ສິດຄຸ້ມຄອງ ແລະ ລ້ຽງດູລູກທັງ 2 ຄົນ ສ່ວນທ້າວ ພຸດທະກອນ ຫຼື ຕ້ອມ (ຜູ້ເປັນພໍ່) ບໍ່ມີສິດຄຸມຄອງລູກແຕ່ມີພັນທະໃນການລ້ຽງດູຮອດ 18 ປີ,ສາມາດໄປມາຫາສູ່ໄດ້. ຫຼັງຈາກໄດ້ຮັບຟັງຄຳຕັດສິນຂອງສານປະຊາຊົນເຂດສາມແລ້ວ ທັງ 2 ຝ່າຍ ກໍໄດ້ແຍກກັບເຮືອນຂອງໃຜລາວ.
ມາຮອດເວລາ 12:15 ນາທີ ຂອງວັນດຽວກັນ ໃນຂະນະທີ່ ນາງ ອັກປະລິນຍາ ຫຼື ກີ້ ແລະ ນາງ ລາລິຕາ (ນ້ອງສາວ) ກຳລັງແຕ່ງກີນເຂົ້າທ່ຽງ ຢູ່ເຮືອນ ບ້ານແສງສະຫວ່າງ ໄດ້ມີ ທ້າວ ພຸດທະກອນ (ຜູ້ກໍ່ເຫດ) ເຂົ້າມາໃນເຮືອນ ແລ້ວໃຊ້ປືນສັ້ນ (ບໍ່ຮູ້ຊະນິດ) ຍິງໃສ່ສອງເອື້ອຍນ້ອງຫຼາຍນັດ ເຮັດໃຫ້ທັງສອງລົ້ມລົງຄາທີ່ ແລະສິ້ນລົມຫາຍໃຈ ພ້ອມທັງຍິງໃສ່ ນາງ ປະກິດ (ຜູ້ເປັນອາດີດແມ່ເຖົ້າ) ທີ່ພວມກຳລັງໄຂປະຕູຫ້ອງນອນອອກມາ ເຮັດໃຫ້ບາດເຈັບເຈັບເລັກນ້ອຍ ຈາກນັ້ນ ທ້າວ ພຸດທະກອນ ຈຶ່ງໄດ້ເອົາຕົວລົບໜີໄປ.
ກ່ອນທີ່ຈະນຳຈັບໄດ້ໃນເວລາຕໍ່ມາ ຊົມເຊີຍເຈົ້າໜ້າທີ່ ທີ່ນຳຄວາມເປັນທຳມາສູ່ສອງເອື້ອຍນ້ອງຜູ້ລ່ວງຫຼັບໄປໄດ້ໝົດຫ່ວງ ຂໍສະແດງຄວາມເສຍໃຈນຳຫຼາຍໆເດີ້.