ຈີນ ສົ່ງມອບອົກຊີ 3.000 ໂຕນ ໃຫ້ມຽນມາ ຮັບມືກັບໂຄວິດ – 19

    0
    456

    ສຳນັກຂ່າວຊິນຮວາ ລາຍງານວ່າສະຖານເອກອັກຄະລັດຖະທູດຈີນ ປະຈຳມຽນມາ ເປີດເຜີຍໃນວັນທີ 19 ກໍລະກົດ ວ່າ: ອົກຊີ ປະລິມານ 3.000 ໂຕນ ຈາກຈີນ ໄດ້ຂົນສົ່ງເຖິງເມືອງມັນທະເລຍ ເມືອງໃຫຍ່ອັນດັບ 2 ຂອງມຽນມາແລ້ວ.

    ອົກຊີຈຳນວນດັ່ງກ່າວ ເຊິ່ງຈັດຊື້ໂດຍອົງການສະຫວັດດີການສາທາລະນະມຽນມາ ຖືກຂົນສົ່ງຜ່ານດ່ານຊາຍແດນ ຈີນ – ມຽນມາ ເພື່ອສະໜັບສະໜູນມຽນມາ ຕໍ່ສູ້ກັບການແຜ່ລະບາດຂອງພະຍາດໂຄວິດ – 19.

    ສະຖານະການແຜ່ລະບາດໃຫຍ່ຂອງພະຍາດໂຄວິດ – 19 ໃນມຽນມາ ຮ້າຍແຮງທີ່ສຸດ, ເມື່ອບໍ່ດົນມານີ້ຄວາມຕ້ອງການອົກຊີ ແລະ ອຸປະກອນການແພດອື່ນໆ ຈຶ່ງຖືເປັນເລື່ອງເລັ່ງດ່ວນ ໂດຍສະຖານເອກອັກຄະລັດຖະທູດຈີນ ປະຈຳໃນມຽນມາ ແລະ ແຂວງຢູນນານ ຂອງຈີນ ກຳລັງດຳເນີນການເພື່ອຮັບປະກັນວ່າສາມາດຈັດສົ່ງອຸປະກອນການແພດ ເພື່ອຊ່ວຍເຫຼືອມຽນມາ ຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ – 19 ຜ່ານດ່ານຊາຍແດນໄດ້ຫຼາຍຂຶ້ນ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.