ແຈ້ງການເປີດການຮຽນການສອນນະຄອນວຽງຈັນ

    0
    528

    ຄະນະສະເພາະກິດ ກະຊວງສຶກສາທິການ ແລະ ກິລາ ອອກແຈ້ງການ ດັ່ງນີ້:1. ໃຫ້ຜູ້ບໍລິຫານການສຶກສາ ແລະ ກິລາ ທຸກຂັ້ນ, ພະນັກງານ, ຄູ-ອາຈານ ແລະ ນັກຮຽນ-ນັກສຶກສາທຸກຄົນ ສືບຕໍ່ເພີ່ມທະວີປະຕິບັດມາດຕະການຕ່າງໆທີ່ລະບຸໃນຄໍາສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 15/ນຍ, ແຈ້ງການ ຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ຄໍາສັ່ງຂອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແລະ ແຈ້ງການຂອງຫົວຫນ້າຄະນະສະເພາະກິດກະຊວງສຶກສາທິການ ແລະ ກິລາ ອອກໄປຕື່ມອີກ 15 ວັນ ຢ່າງເຂັ້ມງວດນັບແຕ່ວັນທີ 20 ກໍລະກົດ – 03 ສິງຫາ 2021;

    2. ອະນຸຍາດໃຫ້ສະຖານການສຶກສາກ່ອນໄວຮຽນໃນແຂວງ/ນະຄອນຫຼວງວຽງຈັນ ທີ່ບໍ່ມີການລະບາດໃນຊຸມຊົນສາມາດເປີດຮຽນການຮຽນ-ການສອນ ໄດ້ແຕ່ຕ້ອງໄດ້ຮັບອະນຸຍາດຈາກຄະນະສະເພາະກິດຂັ້ນຂອງຕົນ ແລະ ປະຕິບັດມາດຕະການປ້ອງກັນພະຍາດ COVID-19 ຢ່າງເຂັ້ມງວດ, ພ້ອມທັງຮັບປະກັນວ່າຜູ້ດູແລເດັກ, ຄູ ສອນ, ຜູ້ບໍລິຫານ ແລະ ພະນັກງານຂອງສະຖານການສຶກສາດັ່ງກ່າວນັ້ນໄດ້ຮັບການສັກວັກຊີນປ້ອງກັນ ພະຍາດ COVID-19 ຄົບ 2 ເຂັ້ມ;

    4. ໃຫ້ພະແນກສຶກສາທິການ ແລະ ກິລາແຂວງ ທີ່ໄດ້ເປີດຮຽນຄືນ ສືບຕໍ່ສົມທົບກັບອົງການປົກຄອງທ້ອງຖິ່ນທຸກຂັ້ນ, ຄະນະພັດທະນາການສຶກສາຂັ້ນເມືອງ ແລະ ຂັ້ນບ້ານ ປຸກລະດົມພໍ່ແມ່-ຜູ້ປົກຄອງນັກຮຽນ ໃຫ້ນໍາສົ່ງ ລູກ-ຫລານຂອງຕົນກັບເຂົ້າມາຮຽນຄືນໃຫ້ຄົບຕາມຫຼັກສູດ ແລະ ເຂົ້າຮ່ວມສອບເສັງຈົບຊັ້ນ ມ.4 ແລະ ມ.7ທີ່ກະຊວງສຶກສາທິການ ແລະ ກິລາໄດ້ກໍານົດໄວ້;

    5. ອະນຸຍາດໃຫ້ເຈົ້າຂອງກິດຈະການ ສູນກິລາໃນຮົ່ມ ແລະ ກິລາກາງແຈ້ງ ທີ່ໄດ້ຮັບການອະນຸຍາດເປີດກິດຈະການຢ່າງຖືກຕ້ອງຕາມລະບຽບກົດຫມາຍ ສາມາດເປີດບໍລິການໄດ້ ຍົກເວັ້ນການຫຼິ້ນກິລາທີ່ຮ່າງກາຍມີການສໍາພັດ ກັນ ແລະ ບໍ່ສາມາດຮັກສາໄລຍະຫ່າງໄດ້ ເຊັ່ນ: ບານເຕະ, ຕີມວຍ, ລອຍນ້ໍາ ແລະ ອື່ນໆ; ສ່ວນກິດຈະການທີ່ ຍັງບໍ່ທັນໄດ້ຮັບການອະນຸມັດຢ່າງຖືກຕ້ອງ ໃຫ້ຂໍອະນຸມັດຜ່ານຫ້ອງການສຶກສາທິການ ແລະ ກິລາເມືອງ, ພະ ແນກສຶກສາທິການ ແລະ ກິລາແຂວງ/ນະຄອນຫຼວງ, ກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ຕາມ ການແບ່ງຂັ້ນຄຸ້ມຄອງ; ທຸກສູນກິລາໃນຮົ່ມ ແລະ ກິລາກາງແຈ້ງ ທີ່ຈະເປີດບໍລິການ ຕ້ອງມີມາດຕະການປ້ອງ ກັນການຕິດເຊື້ອ ແລະ ແຜ່ລະບາດພະຍາດ COVID-19 ຢ່າງເຂັ້ມງວດ ເພື່ອເປັນບ່ອນອີງໃນເວລາລົງ ກວດກາ ພາຍຫຼັງເປີດບໍລິການ, ພ້ອມນີ້, ຫ້າມຈໍາຫນ່າຍ ແລະ ດື່ມສິ່ງມຶນເມົາ ຫຼື ຊຸມແຊວທຸກຮູບແບບໃນ.ສະຖານທີ່ອອກກໍາລັງກາຍ ແລະ ສະຖານທີ່ຫຼິ້ນກິລາທຸກປະເພດ;

    6. ອະນຸຍາດໃຫ້ເດີນທາງ, ຈັດກອງປະຊຸມ, ສໍາມະນາ, ປາຖະກະຖາ, ຝຶກອົບຮົມຕ່າງໆ ແລະ ເປີດສູນຝຶກອົບຮົມສໍາລັບຜູ້ໃຫຍ່ ຢູ່ສະຖານທີ່ນອກເຂດແດງ ແຕ່ຕ້ອງປະຕິບັດມາດຕະການປ້ອງກັນ ແລະ ຄວບຄຸມພະຍາດ COVID-19 ຢ່າງເຂັ້ມງວດ ເປັນຕົ້ນ: ສັກຢາວັກຊີນປ້ອງກັນພະຍາດ COVID-19 ຄົບສອງເຂັມ, ວັດແທກ ອຸນຫະພູມ, ຮັກສາໄລຍະຫ່າງ 01 ແມັດ ຂຶ້ນໄປ, ໃສ່ຜ້າອັດປາກ-ດັງ, ຫມັ່ນລ້າງມືດ້ວຍນ້ໍາສະອາດໃສ່ສະບູ ຫຼື ເຈວລ້າງມື; ສໍາລັບພະນັກງານທີ່ຈະໄປເຄື່ອນໄຫວວຽກທາງການຢູ່ຕ່າງແຂວງ ທີ່ບໍ່ໄດ້ສັກຢາວັກຊີນ ຫຼື ສັກຢາ ວັກຊີນບໍ່ຄົບ 2 ເຂັ້ມ ຈະຕ້ອງໄດ້ຮັບອະນຸຍາດຈາກຄະນະສະເພາະກິດຂັ້ນຂອງຕົນ ແລະ ປະຕິບັດມາດຕະການຂອງຄະນະສະເພາະກິດຂອງແຂວງ/ນະຄອນຫຼວງວຽງຈັນ ທີ່ຕົນໄປເຄື່ອນໄຫວຢ່າງເຂັ້ມງວດ;

    7. ໃຫ້ພະແນກສຶກສາທິການ ແລະ ກິລາແຂວງ/ນະຄອນຫຼວງວຽງຈັນ ສືບຕໍ່ປຸກລະດົມອົງການຈັດຕັ້ງທາງສັງຄົມ,ຜູ້ປະກອບການ, ພໍ່ແມ່-ຜູ້ປົກຄອງ ແລະ ຊຸມຊົນ ເພື່ອປະກອບສ່ວນສະຫນອງຜ້າອັດປາກ-ດັງ, ສະບູ-ເຈວລ້າງມື ແລະ ເຄື່ອງວັດແທກອຸນຫະພູມ ໃຫ້ສະຖານການສຶກສາ ຕາມເງື່ອນໄຂ ແລະ ຄວາມສາມາດຕົວຈິງ;
    8. ໃຫ້ຜູ້ບໍລິຫານການສຶກສາ ແລະ ກິລາ, ຄູ-ອາຈານ ແລະ ນັກຮຽນ-ນັກສຶກສາ ຈົ່ງສືບຕໍ່ລະມັດລະວັງໃນການຮັບຂໍ້ມູນຂ່າວສານຈາກສື່ສັງຄົມອອນລາຍ ໂດຍສະເພາະແມ່ນຂ່າວປອມ ຫ້າມບໍ່ໃຫ້ເຜີຍແຜ່ ຫຼື ແຊຕໍ່ຢ່າງເດັດ ຂາດ, ໃຫ້ຕິດຕາມຂ່າວສານຈາກສື່ອອນລາຍທີ່ເຊື່ອຖືໄດ້ຄື: ສູນຂ່າວສານການແພດສຸຂະສຶກສາ; ສໍາລັບຂໍ້ມູນ ຂ່າວສານການສຶກສາ ແລະ ກິລາ ໃຫ້ຕິດຕາມຈາກ: Edu-Sport TV online ແລະ ສູນໂຄສະນາຂ່າວສານ ການສຶກສາ ແລະ ກິລາ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.