ສາວລາວຕິ ດໂ ຄ ວິ ດເກີດລູກໃນໂຮງໝໍສະໜາມ(ໄທ) ປອດໄພທັງແມ່ແລະລູກ

    0
    899

    ຈາກເພສຂ່າວເລື່ອງເລົ່າເຊົ້ານີ້ ລາຍງານວ່າ ສາວລາວຕິດໂຄວິດ ເກີດລູກໃນໂຮງຫມໍສະຫນາມ ພະຍາບານຊ່ວຍກັນທຳຄອດ ປອດໄພແລ້ວທັງແມ່ທັງລູກ ມີຜູ້ໃຊ້ເຟສບຸ໊ກທີ່ຊື່ວ່າ Pim Pimchanok ໂພສພາບ ແລະເລົ່າເຖີງເລື່ອງລາວລະບຸວ່າ ກາງເດີກຂອງວັນທີ 15 ກໍລະກົດ ເວລາ 2 ໂມງເຊົ້າກວ່າໆ ຄົນປ່ວຍທາງໃນແລ່ນມາບອກ “ພະຍາບານ ມີຄົນຈະເກີດລູກ” ທັນໃດນັ້ນທີມແພດແລ່ນວຸ້ນກັນຫມົດ.

    ຄົນຫນຶ່ງຄວ້າໂທລະສັບປະສານງານ ER ຄີຂໍ້ມູນຫາຊື່ຄົນໄຂ້ກຽມສົ່ງເວນຕໍ່ ອີກຄົຫນຶ່ງຫາອຸປະກອນກຽມ set ຄອດ ambu bag ອຸປະກອນຊ່ວຍເຫລືອຊີວິດແມ່ແລະເດັກ

    ອີກ 3 ຄົນຟ້າວໃສ່ຊຸດ PPE ແລະ ແລ່ນລົງສະຫນາມຢ່າງໄວທີ່ສຸດ ຕໍ່ມາເວລາ 02:30 ນາທີ ຄອດເດັກນ້ອຍເພດຊາຍ (ສັນຊາດລາວ) ສາວລາວຕິດໂຄວິດ ມາຄອດທີ່ໄທ ທີ່ເຊີໄພ້ໄປກວ່ານັ້ນຄືມາເກີດໃນໂຮງຫມໍພາກສະຫນາມ ເອົາເອື້ອຍໆອ້າຍໆທີມພະບານແລ່ນກັນວຸ້ນຫົວຫມຸນ ໃຈເຕັ້ນຕຶກຕັກ O2 sat 69-70 %

    ທີມແພດຟ້າວຊ່ວຍກັນຢ່າງເຕັມທີ່ຈົນ O2 sat 100% ນ້ອງດີຂື້ນແລ້ວ ອ້າຍໆເອື້ອຍໆທີມແພດກໍ່ໂລ່ງໃຈ ແມ່ ແລະເດັກປອດໄພດີໂດຍໃຊ້ເວລາທັ້ງສິ້ນປະມານ 30 ນາທີ ເດັກນ້ອຍຢູ່ໃນອ້ອມກອດ ເອື້ອຍພະຍາບານ ຕະຫລອດຈົນກວ່າລົດພະຍາບານມາຮອດ.

    ຜູ້ໂພສເຊິ່ງເປັນເຈົ້າຫນ້າທີ່ພະຍາບານລະບຸວ່າ ຈະດູແລພວກເຈົ້າໃຫ້ດີທີ່ສຸດບໍ່ວ່າ ເຈົ້າຈະເປັນຄົນຊາດໃດ

    ຂໍ້ມູນຈາກ:เรื่องเล่าเช้านี้

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.