ດວງລາຍວັນປະຈຳວັນທີ 20 ກໍລະກົດ 2021 ການງານການເງິນ ຄວາມຮັກ

    0
    708

    ວັນຈັນ:ການ​ງານ ​ຕ້ອງ​ມີ​ທີ່ປຶກ​ສາ​ທີ່​ດີ​ ຈະ​ເຮັດໃຫ້​ທ່ານ​ວາງ​ແຜນ​ໃນ​ການເຮັດ​ສິ່ງ​ຕ່າງ​ໆ​ ລຸ​ລ່ວງ​ໄປ​ໄດ້​ຫລື​ ປະ​ສົບ​ຄວາມ​ສຳ​ເລັດ​ໄດ້​ບໍ່​ຍາກ​ ການ​ເງິນ ມີ​ໂຊກ​ຈະ​ໄດ້​ເງີນ​ ແຕ່​ກໍ​ຈະ​ພົບ​ກັບ​ຄວາມ​ລ່າ​ຊ້າ​ກ່ອນ​ ແລ້ວ​ຈຶ່ງ​ຈະ​ໄດ້​ເງີນ​ເຂົ້າ​ມາ​ເພິ່ມເຕິມ​ ເພີ່ມ​ຂຶ້ນ​ຫລາຍກວ່າ​ໜຶ່ງ​ເທື່ອ​ ຈະ​ສັງເກດ​ໄດ້​ວ່າ​ມີ​ຖານະ​ດີ​ຂຶ້ນ​ກວ່າ​ແຕ່​ກ່ອນ​ ຄວາມ​ຮັກ​ ໂດດ​ເດັ່ນ​ໄດ້​ພົບ​ຄົນ​ຜິວ​ຂາວ​ ແລະ​ເປັນ​ຄົົນທີ່​ຈະ​ເຂົ້າ​ກັນ​ໄດ້​ເປັນ​ຢ່າງ​ດີ​ ແຕ່​ເວລາ​ທີ່​ມີ​ໃຫ້​ກັນ​ຍັງ​ບໍ່​ຄ່ອຍ​ຫລາຍ​ປານ​ໃດ​

    ວັນຄານ:ການ​ງານ ຊ່ວງ​ນີ້​ມີ​ໂອ​ກາດ​ພົບ​​ສະຖານນະການ​ດ້ານ​ການ​ງານ​ທີ່​ສົ່ງ​ຜົນ​ເຮັດໃຫ້​ກັງ​ວົນ​ໃຈ​​ ແຕ່​ເມື່ອ​ນຳ​ປະສົບການ​ເກົ່າ​ໆ​ ມາປະ​ຍຸກ​ໃຊ້​ກໍ​ຈະ​ຜ່ານ​ໄປ​ໄດ້​ດີ​ ການ​ເງິນ ກັງ​ວົນ​ໃຈ​ໃນ​ເລື່ອງ​ການ​ໃຊ້​ຈ່າຍ​ ແຕ່​ບາງເທື່ອ​ການ​ຈ່າຍ​ອອກ​ໄປ​ເທື່ອ​ນີ້​ກໍ​ຈະ​ເຮັດໃຫ້​ໄດ້​ສິ່ງ​ຂອງ​ທີ່​ຮູ້ສຶກ​ມັກ​ຫລາຍ​ໆ​ ເຂົ້າ​ມາ​ເພິ່ມເຕິມ​ ຄວາມ​ຮັກ ທ່ານ​ເປັນ​ຜູ້​ທີ່​ມີ​ສະເນ່​ ຈຶ່ງ​ຍັງ​ເບິ່ງ​ໆ​ ຢູ່​ຫລາຍກວ່າ​ ຍັງ​ບໍ່​ຕັດ​ສິນ​ໃຈ​ເລືອກ​ໃຜ​ ຍັງ​ຮູ້ສຶກ​ພຶງ​ພໍ​ໃຈ​ກັບ​ຊີວິດ​ໂສດ​ກໍ​ເປັນ​ໄປ​ໄດ້​ ຜູ້​ທີ່​ມີກຄົນ​ຮັກ​ຢູ່​ແລ້ວ​ກໍ​ຍັງ​ຢູ່ໃນ​ສະຖານນະການ​ທີ່​ຊົງ​ຕົວ​ດ້ານ​ຄວາມ​ຮັກ​ບໍ່​ທຸກ​ຮ້ອນ​ໃດ​ໆ​

    ວັນພຸດ:ການ​ງານ ມີ​ຄວາມ​ກັງ​ວົນ​ໃນ​ເລື່ອງ​ຂອງ​ການ​ງານ​ໃນ​ຊ່ວງ​ນີ້​ ແຕ່​ກໍ​ຈະ​ຜ່ານ​ພົ້ນ​ໄປ​ໄດ້​ຢ່າງ​ດີ​ ແລະ​ສາມາດ​ຫາ​ໂອ​ກາດ​ ແລະ​ວິທີ​ການ​ ຫລື​ຫົນ​ທາງ​ທີ່​ຈະ​ນຳ​ຜົນ​ງານ​ ຫລື​ຜົນ​ກຳ​ໄລ​ທີ່​ດີ​ໄດ້ ແລະ​ຄວາມ​ສາມາດ​ຂອງ​ຕົນເອງ​ ການ​ເງິນ ມີ​ທັງ​ຮັບ​ທັງ​ຈ່າຍ​ສະ​ລັບ​ປັບ​ປ່ຽນ​ກັນ​ໄປ​ໃນ​ຊ່ວງ​ນີ້​ ແຕ່​ເມື່ອ​ຈ່າຍ​ອອກ​ໄປ​ກໍ​ຈະ​ຫາ​ເຂົ້າ​ມາ​ໄດ້​ເພິ່ມເຕິມ​ ເພີ່ມ​ຂຶ້ນ​ຢ່າງ​ເປັນ​ໂຊກ​ ຄວາມ​ຮັກ​ ຈະ​ໄດ້​ພົບ​​ຄົົນທີ່​ມີ​ຄວາມ​ຈິງ​ຈັງ​ ລະອຽດ​ອ້ອມ​ຄອບ​ ມີ​ຄວາມ​ສາມາດ​ ມີ​ຊື່​ສຽງ​ໃນ​ແວດ​ວົງ​ຂອງ​ທ່ານ​ ແລະ​ເປັນ​ໄດ້​ທັງ​ເພື່ອນ​ ແລະ​ຄົນ​ຮັກ​

    ວັນພະຫັດ:ການ​ງານ ຈະ​ພົບ​ອຸປະສັກ​ ຄວາມ​ບໍ່​ແນ່ນອນ​ໃນ​ເລື່ອງ​ການ​ງານ​ ແຕ່​ກໍ​ຈະ​ສາມາດ​ປັບ​ຕົວ​ໄດ້​ວິທີ​ການ​ບາງຢ່າງ​ທີ່​ຈະ​ນຳ​ມາ​ຊຶ່ງ​ຄວາມ​ສຳ​ເລັດ​ ການ​ເງິນ​ ມີ​ແຕ່​ເລື່ອງ​ຈ່າຍ​ໃນ​ຊ່ວງ​ນີ້​ ບໍ່​ສາມາດ​ຄວບ​ຄຸມ​ລາຍ​ຈ່າຍ​ໄດ້​ດີພໍ​ ຄວາມ​ຮັກ ​ ​ຍັງ​ຢູ່ໃນ​ສະພາ​ວະ​ທີ່​ຢາກ​ຈະ​ຈັດການ​ຄວາມ​ຮູ້ສຶກ​ທີ່​ເປັນ​ທຸກ​ກ່ຽວກັບ​ເລື່ອງ​ຂອງ​ຄວາມ​ຮັກ​ກັບ​ບັນຫາ​ທີ່​ມີ​ ມາ​ແຕ່​ເທື່ອ​ກ່ອນ​ ແຕ່​ກໍ​ຍັງ​ຮັບ​ມື​ໄດ້​ບໍ່​ດີ​ ຄວນ​ພຶ່ງ​ທຳມະ​ແດ່ກໍ​ຈະ​ດີ​

    ວັນສຸກ:ການ​ງານ​ ຊື່​ສຽງ​ຂອງ​ທ່ານຈະ​ຖືກ​ເວົ້າ​ເຖິງ​ໃນ​ທາງ​ທີ່​ດີ​ເລື່ອງ​ຂອງ​ການເຮັດ​ທຸລະກິດ​ທີ່ປະ​ສົບ​ຄວາມ​ສຳ​ເລັດ​ ການ​ເງິນ​ ມີ​ໂຊກ​ຈະ​ໄດ້​ເງີນ​ກ້ອນ​ໃຫຍ່​ເຂົ້າ​ມາ​ ແມ່ນ​ຕ້ອງ​ຈ່າຍ​ຫລາຍ​ ແຕ່​ກໍ​ຈະ​ຫາ​ເຂົ້າ​ມາ​ໄດ້​ຫລາຍ​ດ້ວຍ​ເຊັ່ນ​ກັນ​ ຄວາມ​ຮັກ ມີ​ໂອ​ກາດ​ພົບ​ຮັກ​ ພົບ​ຄົົນທີ່​ຖືກ​ໃຈ​ທີ່​ຈະ​ມີ​ເຂົ້າ​ມາ​ໃນ​ຊ່ວງ​ນີ້​ ຊຶ່ງ​ຕ້ອງ​ໃຊ້​ເຫດຜົນ​ ຄວາມ​ເຂົ້າໃຈ​ ແລະ​ຄວາມ​ເອື້ອ​ອາທອນ​ ​ກໍ​ຈະ​ເຮັດໃຫ້​ຄວາມ​ຮັກ​ເທື່ອ​ນີ້​ຢັ່ງຢືນ​

    ວັນເສົາ:ການ​ງານ ໃນ​ເລື່ອງ​ຂອງ​ການ​ງານ​ ​ສາມາດ​ສ້າງ​ຄວາມ​ສຳ​ເລັດ​ໄດ້​ຈາກ​ຜົນ​ງານ​ທີ່​ມີ​ມາດຕະຖານ​ ການ​ເງິນ ມີ​ໂຊກ​ຈະ​ໄດ້​ເງີນ​ເຂົ້າ​ມາ​ ມີ​ໂຊກດີ​ຫລາຍກວ່າ​ໜຶ່ງ​ເທື່ອ​ ແຕ່​ຕ້ອງ​ພົບ​​ອຸປະສັກ​ເຖິງ​ຈະ​ມີ​ຄວາມຫມັ້ນຄົງ​ຕາມ​ມາ​ພາຍ​ຫລັງ​ ຄວາມ​ຮັກ​ ຍັງ​ຄົງ​ເບິ່ງ​ໆ​ ຢູ່​ຫລາຍກວ່າ​ດ້ານ​ຄວາມ​ຮັກ​ ແລະ​ຍັງ​ບໍ່​ໄດ້​ໃຫ້​ຄວາມ​ສຳຄັນ​ປານໃດ​ ເພາະ​ມີ​ເລື່ອງ​ວຸ່ນ​ໆ​ ທີ່​ຕ້ອງ​ຈັດການ​ຢູ່​ນັ້ນ​ເອງ​

    ວັນອາທິດ:ການ​ງານ ມີ​ອຸປະສັກ​ທາງ​ດ້ານ​ການ​ງານ​ທີ່ເກິດຂື້ນ​ ເພາະ​ມີ​ການ​ປ່ຽນ​ແປງ​ໂຍກ​ຍ້າຍ​ທີ່​ຈະ​ເກີດ​ຂຶ້ນ​ ຊຶ່ງ​ທ່ານ​ຕ້ອງ​ຕັດ​ສິນ​ໃຈ​ ການ​ເງິນ ຍັງ​ຕຶງ​ຄຽດ​ກ່ຽວກັບ​ເລື່ອງ​ການ​ໃຊ້​ຈ່າຍ​ທາງ​ດ້ານ​ການ​ເງີນ​ ຊ່ວງ​ນີ້​ຄວນ​ໃຊ້​ຄວາມ​ປະ​ຫຢັດ​ແດ່ຈຶ່ງ​ຈະ​ດີ​ ຄວາມ​ຮັກ ພົບ​​ຄົົນທີ່​ໂດດ​ເດັ່ນ​ໃນ​ສັງຄົມ​ ເປັນ​ຄົນ​ສະຫລຽວ​ສະຫລາດ​ ອາ​ຍຸ​ນ້ອຍ​ກວ່າ​ ແຕ່​ຕ້ອງ​ພະຍາຍາມ​ປະ​ຄັບ​ປະ​ຄອງ​ຄວາມ​ສຳພັນ​ ເພາະ​ຄວາມ​ໃຈ​ຮ້ອນ​ເຮັດໃຫ້​ເກີດ​ຄວາມ​ຂັດ​ແຍ້ງ​ກັນ​

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.