ປະຈຸບັນ ການລ້ຽງປາເປັນອາຊີບຫນຶ່ງທີ່ກໍາລັງໄດ້ຮັບຄວາມສົນໃຈຫລາຍໃນກຸ່ມຊາວກະເສດກະສິກຳເພາະວ່າການລ້ຽງປານັ້ນຈະຊ່ວຍສ້າງລາຍໄດ້ໃຫ້ແກ່ຜູ້ລ້ຽງຫລາຍຂຶ້ນ,
ສໍາລັບປານິນເປັນປາທີ່ລ້ຽງງ່າຍເຮົາສາມາດລ້ຽງໄດ້ທັງແບບທໍາມະຊາດ ຫລື ຈະລ້ຽງແບບວິທະຍາສາດກໍ່ໄດ້ ປານິນນອກຈາກຈະເປັນປາທີ່ລ້ຽງງ່າຍແລ້ວຍັງໃຫ້ຄຸນປະໂຫຍດຫລາຍຢ່າງທາງໂພຊະນາການ.
ເພື່ອເປັນການສົ່ງເສີມຊາວກະເສດກະສິກຳ ໃຫ້ມີອາຊີບທີ່ຫມັ້ນຄົງ ແລະ ເປັນການສ້າງລາຍຮັບໃຫ້ແກ່ຊາວກະເສດກະສິກຳໃຫ້ຫລາຍຂຶ້ນຕາມແນວທາງຂອງພັກ-ລັດຖະບານວາງອອກ ເພື່ອໃຫ້ຫລຸດພົ້ນອອກຈາກຄວາມທຸກຍາກ,
ສະນັ້ນ ຈະພາໄປຮູ້ຈັກກ່ຽວກັບວິທີການລ້ຽງປາແບບງ່າຍໆທັງຍັງປະຢັດງົບປະມານໃນການລົງທຶນ, ການລ້ຽງປານິນກ່ອນອື່ນຕ້ອງກະກຽມສະຖານທີ່ໃຫ້ເຫມາະສົມເຊັ່ນ: ການກະກຽມບໍ່ລ້ຽງ, ແນວພັນປາ, ອາຫານປາ, ວິທີການເບິ່ງແຍງ.
+ ການເລືອກແນວພັນ: ສໍາລັບປາພໍ່ພັນ ແລະ ແມ່ພັນ ຕ້ອງເປັນປາທີ່ມີຄວາມສົມບູນ, ແຂງແຮງ, ຈະເລີນເຕີບໂຕໄວ, ສຸຂະພາບດີຈິ່ງຈະເອົາມາເຮັດພໍ່ພັນ ແລະ ແມ່ພັນໄດ້, ຕ້ອງເປັນປາທີ່ມີນ້ຳຫນັກປະມານ 150-200 ກຣາມ.
+ ສຳລັບການລ້ຽງໃນບໍ່ອະນຸບານ: ລູກປາທີ່ຈະເອົາມາລ້ຽງໃນບໍ່ອະນຸບານຕ້ອງມີອາຍຸປະມານ 2 ອາທິດ, ຂະຫນາດບໍ່ 2000 ຕາແມັດ, ສາມາດລ້ຽງລູກປາໄດ້ປະມານ 5-6 ແສນໂຕ, ລ້ຽງໄວ້ໃຫ້ໄດ້ປະມານເດືອນເຄິ່ງ
ກໍ່ສາມາດປ່ອຍລົງບໍ່ລ້ຽງໄດ້ແລ້ວ, ສ່ວນອາຫານໃນການລ້ຽງປາໄລຍະອະນຸບານຈະເປັນເປືອກຖົ່ວປົ່ນ, ຮໍາອ່ອນ, ປາປົ່ນ, ວິຕາມິນ ແລະ ເກືອນໍາມາປະສົມເຂົ້າກັນແລ້ວໃຫ້ລູກປາກິນ.
+ ສ່ວນບໍ່ລ້ຽງ: ເຮົາຕ້ອງເບິ່ງໃຫ້ລະອຽດດ້ານຂະຫນາດຂອງບໍ່ ວ່າສາມາດປ່ອຍປາໄດ້ຈັກໂຕຈິ່ງຈະເຫມາະສົມ, ເຊິ່ງຕ້ອງຢຶດຫລັກການທີ່ວ່າເນື້ອທີ່ 1 ຕາແມັດ ສາມາດລ້ຽງປາໄດ້ຫນຶ່ງໂຕ ຈິ່ງຈະເຫມາະສົມທີ່ສຸດ, ຖ້າຫາກປ່ອຍປາເກີນຂະຫນາດກໍ່ຈະເຮັດໃຫ້ປາຈະເລີນເຕີບໂຕຊ້າລົງ.
+ ສໍາລັບອາຫານ: ການໃຫ້ອາຫານແມ່ນ 3 ຄັ້ງຕໍ່ມື້, ສ່ວນ ໃຫຍ່ປານິນເປັນປາທີ່ກິນພືດຈິ່ງລ້ຽງໄດ້ງ່າຍ, ປາຈະຫາກິນເອງໃນທຳມະຊາດ, ແຕ່ກໍ່ຄວນເສີມດ້ວຍອາຫານເສີມເຂົ້າໄປອີກ ເພື່ອຄວາມຈະເລີນຂອງປາ ຈະໄດ້ນ້ຳຫນັກຫລາຍຂຶ້ນ,
ອາຫານທີ່ຈະເສີມໃຫ້ປາກິນນັ້ນໄດ້ແກ່: ຮໍາອ່ອນ, ເປືອກຖົ່ວລວມກັບຫົວອາຫານປາປະສົມເຂົ້າກັນ, ກໍ່ສາມາດຈະເລີນເຕີບໂຕໄດ້ດີກວ່າການລ້ຽງແບບທໍາມະຊາດ, ຖ້າເຮົາໃຫ້ອາຫານສະຫມໍ່າສະເຫມີ
ປາຈະໃຫຍ່ໄວອາຍຸ 3 ເດືອນຈະມີນ້ໍາຫນັກ 30 ກຣາມ, 6 ເດືອນນ້ໍາຫນັກ 200 ກຣາມ ແລະ 12 ເດືອນ ນ້ໍາຫນັກ 500-800 ກຣາມ ສາມາດສົ່ງຂາຍພ້ອມທັງສ້າງລາຍຮັບໄດ້ແລ້ວ.