ຜູ້ໂດຍສານຈາກບໍ່ແກ້ວ ເຂົ້າ ຫຼວງພະບາງ ຜົນກວດເປັນລົບ 21 ຄົນ ອີກ 10 ຄົນຍັງລໍຖ້າຜົນກວດ

    0
    746

    ຜູ້ໂດຍສານຈາກບໍ່ແກ້ວ ເຂົ້າ ຫຼວງພະບາງ ຜົນກວດເປັນລົບ 21 ຄົນ ອີກ 10 ຄົນຍັງລໍຖ້າຜົນກວດ ສຳນັກ “ຂ່າວສານຫຼວງພະບາງ” ໄດ້ລາຍງານວ່າ: ໃນວັນທີ 17 ກໍລະກົດ 2021 ທີ່ຜ່ານມາ ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດ ໂຄວິດ-19 ແຂວງ ຫຼວງພະບາງ ກ່ຽວກັບຈໍານວນຜູ້ເດີນທາງມາຈາກ ແຂວງບໍ່ແກ້ວ ເຂົ້າມາຫຼວງພະບາງ ຕາມບັນຊີລາຍຊື່ທີ່ທາງແຂວງບໍ່ແກ້ວ ສົ່ງມາຫາຄະນະສະເພາະກິດ ແຂວງຫຼວງພະບາງ ທັງໝົດ 35 ຄົນ, ແຕ່ມາຕົວຈິງແມ່ນ 31 ຄົນ, ສ່ວນທີ່ເຫຼືອແມ່ນຍັງຢູ່ ແຂວງ ບໍ່ແກ້ວ, ແລະ ໃນ

    ຈໍານວນ 31 ຄົນນັ້ນ ປັດຈຸບັນແມ່ນໄດ້ຈໍາກັດບໍລິເວນຢູ່ເຮືອນ ມີທັງໝົດ 22 ຄົນ, ຢູ່ສູນກັກກັນ 9 ຄົນ ແລະ ເກັບຕົວຢ່າງໄປກວດຫາເຊື້ອ ໂຄວິດ-19 ເປັນທີ່ຮຽບຮ້ອຍແລ້ວ ເຊິ່ງມີລາຍລະອຽດມີດັ່ງນີ້: 1. ນະຄອນຫຼວງພະບາງ ມີ 15 ຄົນ, ຜົນກວດທັງໝົດ ເປັນລົບ , 2. ເມືອງປາກແຊງ ມີ 3 ຄົນ, ຜົນກວດ ເປັນລົບ ທັງ 3 ຄົນ
    3. ເມືອງຊຽງເງິນ ມີ 3 ຄົນ, ຜົນກວດເປັນລົບ ທັງ 3 ຄົນ , 4. ເມືອງນ້ຳບາກ ມີ 8 ຄົນ, ຍັງລໍຖ້າຜົນກວດ ທັງ 8 ຄົນ 5. ເມືອງງອຍ ມີ 1 ຄົນ, ຍັງລໍຖ້າຜົນກວດ , 6. ເມືອງວຽງຄໍາ ມີ 1 ຄົນ, ຍັງລໍຖ້າຜົນກວດ

    ສຳລັບມາດຕະການໃນການຈັດຕັ້ງປະຕິບັດໃນຂັ້ນຕໍ່ໄປ ທາງຄະນະສະເພາະກິດຂັ້ນແຂວງ ໄດ້ສົ່ງບັນຊີລາຍຊື່ ແຮງງານ ທີ່ເດີນທາງມາຈາກ ແຂວງ ບໍ່ແກ້ວ ໃຫ້ແຕ່ລະເມືອງໃຫ້ ຕິດຕໍ່ຫາຜູ້ຕິດເຊື້ອ ແລະ ນໍາເອົາເຂົາເຈົ້າ ເຂົ້າມາຈໍາກັດບໍລິເວນ 14 ວັນ ແລະ ເກັບຕົວຢ່າງມາກວດ ຫາເຊື້ອ COVID-19 ຈຳນວນ 3 ຄັ້ງ ຄື: ມື້ທີ 1, ມື້ທີ 5 ແລະ ມື້ທີ 12, ພ້ອມທັງແນະນໍາພະນັກງານລະບາດຂັ້ນເມືອງ ໃຫ້ຕິດຕາມອາການບຸກຄົນໃນຄອບຄົວຂອງແຮງງານຂ້າງເທິງ ແລະ ລາຍງານ ລະບາດແຂວງທຸກວັນ.
    ຂໍ້ມູນຈາກ: ຂ່າວສານຫຼວງພະບາງ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.