ວັນທີ18/07/2021ເວລາ 00:51 ໂມງ ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສ ປປ ລາວ ໄດ້ຮັບແຈ້ງເຫດເຂົ້າເບີໂທສຸກເສີນ 1623 ວ່າ:
ມີເຫດລົດຈັກຕໍາກັບລົດຈັກ ຈຸດເກີດເຫດແມ່ນ ຕໍ່ໜ້າມະຫາໄລຊັບພະ ໜ່ວຍກູ້ໄພອອກກວດສອບເຫດພົບຜູ້ບາດເຈັບ 2 ຄົນ ເປັນເພດຊາຍທັງສອງ
– ຄົນທີ1 ອາຍຸ 48ປີ ອາຊີບ ຄ້າຂາຍ ບ້ານ ທ່ານາ ເມືອງ ຫາດຊາຍຟອງ ແຂວງນະຄອນຫລວງວຽງຈັນ ອາການເບື້ອງຕົ້ນແມ່ນ:ເລືອດອອກປາກ, ມີບາດແຜຢູ່ມືເບື້ອງຂວາ ແລະ ຂາທັງສອງເບື້ອງ, ບໍ່ມີສະຕິ
– ຄົນທີ2 ອາຍຸ22ປີ ອາຊີບ ພະນັກງານ ບ້ານ ສະພັງໝໍ້ ເມືອງ ໄຊເສດຖາ ແຂວງ ນະຄອນຫຼວງວຽງຈັນ ອາການເບື້ອງຕົ້ນແມ່ນ: ເລືອດອອກດັງ, ມີບາດແຜຢູ່ແຂນ ແລະ ຂາ
ດັ່ງນັ້ນຫນ່ວຍກູ້ໄພຈຶ່ງໄດ້ທຳການປະຖົມພະຍາບານຂັ້ນເບື້ອງຕົ້ນແລ້ວນຳສົ່ງໂຮງຫມໍ103. ຈຸດໜອງບອນ : ທ່ານໃດຢາກບໍລິຈາກກໍສາມາດບໍລິຈາກໄດ້ທີ່ເລກບັນຊີຂອງ ຫນ່ວຍກູ້ໄພມູນນິທິຊ່ວຍເຫລືອຄົນທຸກຍາກ ແຫ່ງ ສປປ ລາວ ທີ່ເລກບັນຊີ:ຊື່ບັນຊີ:FOUNDATION FOR ASSISTING POOR PEOPLE OF LAO PDR.
ເລກບັນຊີ: 092-12-00-01026649-001 LAK. 092-12-01-01026649-001 USD. 092-12-02-01026649-001 THB.