ສາເຫດເຮັດໃຫ້ແຮງງານລາວຈຳນວນຫລາຍກັບຄືນປະເທດຍ້ອນການລະບາດຮອບໃໝ່ຈາກສາຍພັນເດລຕາ ໃນປະເທດອ້ອມຂ້າງ

    0
    975

    ໃນໂອກາດຖະແຫລງຂ່າວຂອງຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ພະຍາດໂຄວິດ-19 ປະຈໍາວັນທີ 17 ກໍລະກົດ 2021 ນີ້, ທ່ານ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່ ລາຍງານໃຫ້ຮູ້ວ່າ: ປັດຈຸບັນປະເທດລາວເຮົາມີຈຳນວນຜູ້ຕິດເຊື້ອສະສົມ 3.295 ຄົນ, ພວມປິ່ນປົວ 1.009 ຄົນ, ປິ່ນປົວດີ

    2.282 ຄົນ ແລະ ເສຍຊີວິດສະສົມ 5 ຄົນ (ອັບເດດຂໍ້ມູນຜູ້ເສຍຊີວິດໃໝ່ 1 ຄົນ ຢູ່ແຂວງສະຫວັນນະເຂດ). ເຊິ່ງນັບແຕ່ກາງເດືອນມິຖຸນາມາຮອດມື້ນີ້ຜູ້ຕິດເຊື້ອສ່ວນຫລາຍແມ່ນຈາກການນຳເຂົ້າ, ໂດຍສືບເນື່ອງມາຈາກການລະບາດຮອບໃໝ່ ຈາກສາຍພັນເດລຕາ ໃນບັນດາປະເທດອ້ອມຂ້າງ ຈຶ່ງເປັນສາເຫດເຮັດໃຫ້ມີແຮງງານລາວຈຳນວນ

    ຫລວງຫລາຍ ກັບຄືນມາປະເທດຕາມຈຸດຜ່ານແດນຕ່າງໆ ທັງມີເອກະສານເດີນທາງທີ່ຖືກຕ້ອງ ຫລື ບໍ່ມີເອກະສານ ແມ່ນທາງ ພັກ ແລະ ລັດຖະບານ ມີນະໂຍບາຍບໍ່ໃຫ້ເຈົ້າໜ້າທີ່ປະຈຳດ່ານເອົາຄວາມຜິດນຳແຮງງານລາວທີ່ມີຈຸດປະສົງເດີນທາງເຂົ້າປະເທດແບບຖືກກົດໝາຍ.ການປະຕິບັດແບບນີ້ ເພື່ອເຮັດໃຫ້ແຮງງານລາວໄດ້ກັບຄືນມາປະເທດ

    ແລະ ຖືກກັ່ນກອງ, ເກັບຕົວຢ່າງກວດຫາເຊື້ອໂຄວິດ-19 ກັນບໍ່ໃຫ້ມີການຕິດເຊື້ອຈາກແຮງງານລາວ ໄປສູ່ຄອບຄົວ, ໝູ່ເພື່ອນ, ຄົນອ້ອມຂ້າງ, ສູ່ຊຸມຊົນ ແລະ ເພື່ອບໍ່ໃຫ້ແຮງງານລາວຂ້າມມາແບບຜິດກົດໝາຍ.ບັນດາແຮງງານທັງຫລາຍ ຫລື ຍາດຕິພີ່ນ້ອງ ທີ່ໄປເຮັດວຽກຢູ່ປະເທດເພື່ອນບ້ານ ຖ້າມີຈຸດປະສົງຢາກກັບຄືນມາປະເທດ ກໍຂໍໃຫ້ມາ

    ຕາມຈຸດຜ່ານແດນ ທີ່ທາງການໄດ້ກຳນົດ ແລະ ແຈ້ງການໄວ້ຢ່າງເຊິ່ງໜ້າເຈົ້າໜ້າປະຈຳດ່ານຈະເປັນຜູ້ອຳນວຍຄວາມສະດວກໃຫ້ໂດຍບໍ່ມີການເອົາຄວາມຜິດ ຫລື ບໍ່ມີການປັບໃໝ່ໃດໆ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.