ເລື້ອງໜ້າເສົ້າ ລາວ​ເສຍຊີວິດ​ເພີ່ມອີກ​ 1​ ຄົນ​ ຈາກ ພ ະ ຍ າ ດ ໂ ຄ ວ ິ ດ​​ ຢູ່ແຂວງສະຫວັນນະເຂດ

    0
    642

    ຂ່າວເສົ້າ!! ສປປ​ ລາວ​ ເສຍຊີວິດ​ເພີ່ມອີກ​ 1​ ຄົນ​ ຈາກພະຍາດໂຄວິດ​-19​ ຢູ່ແຂວງສະຫວັນນະເຂດອີງຕາມຂ່າວເພຈ​ ສະຖານີໂທລະພາບ​ ແຂວງສະຫວັນນະເຂດ​ ລາຍງານວ່າ: ມາຮອດປັດຈຸບັນ ສປປ ລາວ ມີຜູ້ເສຍຊີວິດຍ້ອນພະຍາດໂຄວິດ-19 ລວມເປັນ 5 ຄົນ.

    ໃນຕອນເຊົ້າຂອງວັນທີ​ 17 ກໍລະກົດ 2021​ ນີ້​ ຢູ່ແຂວງສະຫວັນນະເຂດ​ ມີຜູ້ຕິດເຊື້ອໂຄວິດ-19​ ເສຍຊີວິດ 1 ຄົນ​ ເປັນເພດຊາຍ ອາຍຸ 49 ປີ ໂດຍເຈົ້າໜ້າທີ່ສະເພາະກິດໄດ້ທຳການຊາປະນະກິດສົບແລ້ວ.

    ຈາກຂໍ້ມູນຜູ້ເສຍຊີວິດ ແມ່ນຄົນ​ບ້ານໜອງບົວທ່າ,​ ເມືອງສອງຄອນ,​ ແຂວງສະຫວັນນະເຂດ​ ກັບມາຈາກປະເທດເພື່ອນບ້ານ ຕິດເຊື້ອໂຄວິດ​ ແລະ​ ເຂົ້າຮັບການປິ່ນປົວທີ່ໂຮງໝໍພາກສະໜາມຂອງແຂວງ ແລະ​ ເສຍຊີິວິດໃນເວລາຕໍ່ມາ.


    ເລື້ອງໜ້າເສົ້າ ລາວ​ເສຍຊີວິດ​ເພີ່ມອີກ​ 1​ ຄົນ​ ຈາກ ພ ະ ຍ າ ດ ໂ ຄ ວ ິ ດ​​ ຢູ່ແຂວງສະຫວັນນະເຂດ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.