ຄວາມຮູ້ລ້ວນໆ…!!! 6 ຂໍ້ດີ ຂອງຄົນແກ້ງໂງ່ ບໍ່ອວດສະຫຼາດ ມັນມີດີແບບນີ້ເອງ (ອ່ານແລ້ວໄດ້ຄວາມຮູ້ຫຼາຍຂື້ນ)

    0
    877

    ມື້ນີ້ມີຄວາມຮູ້ດີໆມາຝາກ ຄືຈະບໍ່ມີໃຜຢາກເປັນຄົນໂງ່ໃນສາຍຕາຂອງຄົນອື່ນ ຈຶ່ງເຮັດໃຫ້ຫຼາຍໆຄົນພະຍາຍາມເຮັດໂຕສະຫຼາດ, ທັງທີ່ຈີງບໍ່ໄດ້ສະຫຼາດ ຫຼື ຈະສະຫຼາດແທ້ກໍ່ຕາມ, ເຊີ່ງຈະສົ່ງຜົນໃນແງ່ລົບຫຼາຍຫວ່າແງ່ບວກ, ໃນຂະນະທີ່ການແກ້ງໂງ່ ທີ່ເບີ່ງຄືເປັນແງ່ລົບນັ້ນ ພັດໄດ້ປະໂຫຍດຫຼາຍກວ່າ

    ດັ່ງນັ້ນ ຊີວິດ ແລະ ການງານ ເລີຍຍົກຈັບເອົາ 6 ວິທີແກ້ງໂງ່ ເພື່ອໃຫ້ກາຍເປັນຄົນສະຫຼາດມາຝາກ ໂດຍຈະມີຫຍັງນັ້ນຕ້ອງໄດ້ອ່ານເອງ ແລະ ເບິ່ງວ່າເຮົາຈະໄດ້ຫຍັງຖ້າຫາກວ່າເຮົາຕັ້ງແກ້ງເປັນຄົນໂງ່

    1. ແກ້ງໂງ່ ເຮັດໃຫ້ພັດທະນາຕົນເອງໄດ້ຫຼາຍຂຶ້ນ: ຄົນອວດສະຫຼາດທີ່ຫຼົງຕົນເອງ ເບີ່ງວ່າຕົນເອງຮູ້ຮອບທຸກດ້ານ ແລະ ບໍ່ຈຳເປັນຕ້ອງຮຽນຮູ້ເພີ່ມເຕີມອີກແລ້ວ, ຈະບໍ່ສາມາດພັດທະນາຕົນເອງໄດ້ອີກ ຄືກັບນ້ຳເຕັມແກ້ວ ທີ່ເວລານ້ຳເຕັມແລ້ວຈະບໍ່ສາມາດເຕີມນ້ຳເຂົ້າໄປໄດ້ອີກ, ແຕ່ກົງກັນຂ້າມກັບຄົນທີ່ແກ້ງໂງ່ ທີ່ຈະເຮັດໂຕນ້ອຍລີບຢູ່ຕະຫຼອດເວລາບໍ່ວ່າຢູ່ບ່ອນໃດ

    ຈຶ່ງບໍ່ຄັບແຄບ ແລະ ຍັງສາມາດຍ່າງຕໍ່ໄປໄດ້ເລື້ອຍໆ ໂດຍບໍ່ພົບທາງຕັນເພາະເຂົາເຊື່ອວ່າ ຍັງມີສິ່ງທີ່ຕ້ອງຮຽນຮູ້ອີກຫຼາຍຢ່າງ ຈຶ່ງເຮັດໃຫ້ເຂົາໄດ້ພັດທະນາຕົນເອງ ແລະ ກ້າວໜ້າຕໍ່ໄປໄດ້ອີກ ທັງທີ່ຄົນອວດສະຫຼາດຈະຄົງຢູ່ບ່ອນເກົ່າ ແລະ ນັບມື້ຈະຖອຍຫຼັງໄປເລື້ອຍໆ.

    2. ແກ້ງໂງ່ ເຮັດໃຫ້ຊີວິດສະບາຍຂຶ້ນ ຜູ້ຍິງທີ່ແຕ່ງກິນເກັ່ງ, ເຮັດວຽກເຮືອນເປັນກໍມີແນວໂນ້ມວ່າເມື່ອແຕ່ງງານໄປແລ້ວ ຈະຕ້ອງເປັນຄົນດູແລວຽກບ້ານການເຮືອນທຸກຢ່າງ ເຖິງແມ່ນວ່າ ຈະຕ້ອງໄດ້ອອກໄປເຮັດວຽກປະຈຳນຳກໍ່ຕາມ ແຕ່ຜູ້ຍິງທີ່ເຮັດວຽກເຮືອນບໍ່ເປັນ ຫຼື ເຮັດວຽກເຮືອນບໍ່ເກັ່ງ ຈະສາມາດຫຼີກລ່ຽງວຽກໜ້ານີ້ໄປໄດ້.

    3. ແກ້ງໂງ່ ເຮັດໃຫ້ສະຫຼາດຂຶ້ນ ການຍອມຮັບວ່າຕົນເອງບໍ່ຮູ້ ແລະ ພ້ອມທີ່ຈະກ້າຖາມອອກໄປ ຖືເປັນສິ່ງທີ່ຈະເຮັດໃຫ້ເຮົາໄຂຂໍ້ຂ້ອງໃຈກັບທຸກບັນຫາທີ່ເຮົາພົບເຫັນ ເຖິງວ່າຄົນອື່ນຈະເບິ່ງວ່າເຮົາເປັນຄົນໂງ່ກໍຕາມ, ການຖາມຄຳຖາມທີ່ບໍ່ເຂົ້າໃຈອອກໄປນັ້ນ ກໍ່ເປັນພຽງການໂງ່ແຕ່ວິນາທີນັ້ນເທົ່ານັ້ນ ແຕ່ການແກ້ງເຮັດໂຕສະຫຼາດ ບໍ່ຍອມຖາມໃຜທັງໆທີ່ບໍ່ຮູ້ກໍ່ຄືກັບການເວົ້າຕົວະຕົນເອງໄວ້ກັບຄວາມໂງ່ໄປຕະຫຼອດຊີວິດນັ້ນເອງ.

    4. ແກ້ງໂງ່ ເຮັດໃຫ້ມີເວລາຫຼາຍຂຶ້ນ ຄົນສະຫຼາດບໍ່ວ່າຈະຢູ່ບ່ອນໃດກໍ່ມັກຕ້ອງເຮັດວຽກຫຼາຍກວ່າຄົນອື່ນ ເຖິງວ່າວຽກໃນບ່ອນເຮັດວຽກຈະຫຼາຍຢູ່ແລ້ວ ແຕ່ຄົນສະຫຼາດກໍ່ຍັງມັກຊ່ວຍເຫຼືອຜູ້ອື່ນຈົນກາຍເປັນສຸດຍອດຂອງບ່ອນເຮັດວຽກໄປແລ້ວ ແລະ ເວລາກັບເມືອເຮືອນຍັງຕ້ອງເຮັດວຽກໜັກບໍ່ຕ່າງຫຍັງກັບຢູ່ບ່ອນເຮັດວຽກ

    ແຕ່ກົງກັນຂ້າມກັບຄົນທີ່ຖືກເບິ່ງວ່າໂງ່ ຫຼື ເຮັດຫຍັງບໍ່ເປັນ ກໍ່ຈະໄດ້ເຮັດແຕ່ໜ້າທີ່ຂອງຕົນ ເມື່ອບໍ່ໃຫ້ຫຍຸ້ງກ່ຽວວຸ້ນວາຍກັບວຽກຂອງຄົນອື່ນ ຈຶ່ງທີເວລາຫຼາຍສຳລັບເຮັດເລື່ອງທີ່ຈຳເປັນຫຼາຍກວ່າ ເຊັ່ນ: ການວາງແຜນເພື່ອເດີນຕາມຄວາມຝັນ.

    5. ແກ້ງໂງ່ ເຮັດໃຫ້ຮູ້ຂໍ້ມູນຫຼາຍຂຶ້ນ ຖືວ່າເປັນກົນລະຍຸດໜຶ່ງໃນການຈະເຂົ້າເຖິງຂໍ້ມູນຕ່າງໆທີ່ເຮົາຕ້ອງການໄດ້ງ່າຍຂຶ້ນ ເພາະຄົນສ່ວນຫຼາຍມັກຈະຕາຍໃຈຈົນບໍ່ທັນລະວັງຕົວ,ດັ່ງນັ້ນ ຄຸນສົມບັດຂອງການເປັນຜູ້ຟັງທີ່ດີຂອງຄົນແກ້ງໂງ່ ຈຶ່ງສາມາດລ້ວງເອົາຄວາມຫຼັບຂອງໃຜຕໍ່ໃຜໄດ້ຫຼວງຫຼາຍ

    ເນື່ອງຈາກຄົນອື່ນຈະເບິ່ງວ່າເຮົາເປັນຄົນໂງ່ຄົນໜຶ່ງທີ່ບໍ່ມີພິດໄພຫຍັງ ຈະເຮັດໃຫ້ເຂົາລະວັງຕົວນ້ອຍລົງ ແລະກ້າເປີດປາກເວົ້າຫຍັງຫຼາຍໆຢ່າງ ເຮົາຈຶ່ງສາມາດຮູ້ຂໍ້ມູນທຸກເລື່ອງທີ່ຢາກຮູ້ພຽງແຕ່ແກ້ງໂງ່ເທົ່ານັ້ນແຫຼະ, ແຕ່ກໍສາມາດໃຊ້ໄດ້ກັບບາງເລື່ອງເທົ່ານັ້ນເດີ ຫາກໃຊ້ເປັນປະຈຳອາດເປັນໄພເຖີງໂຕກໍ່ມີ.

    6. ແກ້ງໂງ່ ເຮັດໃຫ້ມີປະສົບການ ແລະ ໄດ້ຮຽນຮູ້ຫຼາຍຂຶ້ນ ຄົນອວດສະຫຼາດມັນຈະເຮັດຫຍັງຢູ່ໃນກອບຂອງຄວາມສະຫຼາດຂອງຕົນ ແລະ ຈະບໍ່ຍອມເຮັດຫຍັງທີ່ສ່ຽງໆ ເຮັດສິ່ງທີ່ຕົນເອງ ຫຼື ຄົນອື່ນເບິ່ງວ່າເປັນເລື່ອງໂງ່ໆເດັດຂາດ, ດັ່ງນັ້ນ ຈຶ່ງມັກຈະເຮັດໃຫ້ພວກເຂົາໝົດໂອກາດທີ່ຈະໄດ້ມີປະສົບການໃໝ່ໆໄປຢ່າງໜ້າເສຍດາຍ ຖ້າຍອມແກ້ງໂງ່ ແລ້ວເປີດໃຈຮັບຟັງບັນເພື່ອນຮ່ວມງານ, ທາງຄອບຄົວ ຫຼື

    ຄວາມຮູ້ໃໝ່ໆ, ສະຖານທີ່ໃໝ່ໆ ແລະ ເຮັດໃນສິ່ງໃໝ່ໆກໍ່ອາດຈະບໍ່ຮູ້ວ່າຄວາມລົ້ມແຫຼວເປັນແນວໃດ ແລະ ຈະມີການພັດທະນາຄືແນວໃດ, ເພາະທຸກບ່ອນ ຫຼື ທຸກສິ່ງລ້ວນມີສິ່ງນີ້ “ຄົນໂງ່ ເປັນເຫຍື່ອຂອງຄົນສະຫຼາດ ແຕ່ຄົນສະຫຼາດມັກຈະຕົກເປັນເຫຍື່ອຂອງຄົນແກ້ງໂງ່ ສະເໝີ”, ສະນັ້ນ ຖ້າຢາກໄດ້ປະສົບການໃຫ້ຫຼາຍພໍ ຈົ່ງຍອມເປັນຄົນແກ້ງໂງ່ ຈະດີທີ່ສຸດ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.