+ ສູນມະເຮັງຄົບວົງຈອນມະຫາວິທະຍາໄລລັດໂອໄຮໂອ (The Ohio State University Comprehensive Cancer Center) ປະເທດສະຫະລັດອາເມລິກາ ພົບວ່າການກິນສະຕໍເບີລີ້ເປັນປະຈຳ ອາດເປັນທາງໜຶ່ງທີ່ຊ່ວຍຫຼຸດຄວາມສ່ຽງໂລກມະເຮັງຫຼອດອາຫານໄດ້
ໂດຍນັກວິໃຈທົດລອງໃຫ້ອາສາສະໝັກ 36 ຄົນ ກິນສະຕໍເບີລີ້ແຊ່ແຂງ 60 ກຼາມທຸກມື້ ຕິດຕໍ່ກັນດົນ 6 ເດືອນ ພ້ອມທັງເກັບໂຕຢ່າງຊີ້ນເນືອ ເພື່ອກວດຫາມະເຮັງກ່ອນແລະລັງການທົດລອງ
ຜົນປະກົດວ່າ 80 ເປີເຊັນຂອງຜູ້ທີ່ສ່ຽງເປັນໂລກມະເຮັງ ມີການຂະຫຍາຍໂຕຂອງການອັກເສບໃນຫຼອດອາຫານຫຼຸດລົງ ສະຫຼຸບໄດ້ວ່າ ສະຕໍເບີລີ້ມີຜົນຊ່ວຍຊະລໍການຈະເລີນຂອງເຊວມະເຮັງ ແລະ
ຫຼຸດຄວາມສ່ຽງການເກີດໂລກມະເຮັງບໍ່ພຽງແຕ່ຊ່ວຍຫຼຸດຄວາມສ່ຽງໂລກມະເຮັງຫຼອດອາການ ແຕ່ຍັງຊ່ວຍຫຼຸດການເກີດໂລກມະເຮັງກະເພາະອາຫານອີກດ້ວຍ ໂດຍພົບລາຍງານຈາກວາລະສານ PLoS ONE ລະບຸວ່າ:
ສະຕໍເບີລີ້ສາມາດຊ່ວຍຫຼຸດອັດຕາອັນຕະລາຍຂອງແອວກໍຮໍ ທີ່ມີຜົນຕໍ່ຜະໜັງກະເພາະອາຫານໃນໜູທົດລອງໄດ້ ເຊິ່ງການດື່ມແອວກໍຮໍເປັນປະຈຳບໍ່ພຽງມີຜົນໃຫ້ກະເພາະອາຫານອັກເສບ ເກີດແຜໃນກະເພາະອາຫານ ແຕ່ຍັງອາດເພີ້ມຄວາມສ່ຽງໂລກມະເຮັງອີກດ້ວຍ
+ ວິທີເລືອກສະຕໍເບີລີ້ : ໜ່ວຍນ້ອຍສີແດງມີລົດຫວານອົມສົ້ມ ທັງຍັງມີກິ່ນຫອມ ເໝາະສຳລັບນຳມາເຮັດໝາກໄມ້ສະຕໍເບີລີ້ ໝາກຂະໜາດພຽງ 5-6 ໜ່ວຍ ກໍ່ໃຫ້ວິຕາມິນຊີພຽງພໍຕໍ່ຄວາມຕ້ອງການໃນໜຶ່ງວັນ