ອີງຕາມການແຈ້ງການຂອງບໍລິສັດຫວຍພັດທະນາລາວ ເລກທີ 0612/ຫພນ ວັນທີ 16 ກໍລະກົດ 2021 ນີ້ໃຫ້ຮູ້ວ່າ: ໃຫ້ຢຸດເຊົາຊ່ອງທາງການຈໍາໜ່າຍຫວຍພັດທະນາ ທີ່ບໍ່ໄດ້ຮັບອະນຸຍາດ ຈາກກະຊວງການເງິນ. ເຊິ່ງການເຄື່ອນໄຫວຈ່ານາຍຫວຍພັດທະນາ ຂອງຕົວແທນຈຳໜ່າຍ
ນະຄອນຫຼວງວຽງຈັນເລກ 4 ໃນໄລຍະຜ່ານມາເຫັນວ່າມີຄວາມເອົາໃຈໃສ່ໃນການປະຕິບັດລະບຽບການຈໍາໜ່າຍໄດ້ດີ, ມີປະສິດທິຜົນດີ, ປະກອບສ່ວນສ້າງລາຍຮັບໃຫ້ແກ່ງົບປະມານຂອງຂັ້ນສູນກາງ ແລະ ທ້ອງຖິ່ນ ມີລັກສະນະຕັ້ງໜ້າເພີ່ມຂຶ້ນຫລາຍສົມຄວນ, ເນື່ອງຈາກໃນປີ 2021 ເປັນຕົ້ນມາ ຜ່ານການຄິດຕາມກວດກາການເຄື່ອນໄຫວຂອງຕົວແທນ ໄດ້ພົບເຫັນການຈໍາໜ່າຍຂາຍຜ່ານແອັບພລິເຄຊັນ ຂອງເຄືອຂ່າຍໂທລະຄົມ U-Money ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (BCEL one) ແລະ ຊ່ອງທາງອື່ນໆ ທີ່ຍັງບໍ່ໄດ້ຮັບອະນຸຍາດຈາກກະຊວງການເງິນ ກໍຄືບໍລິສັດລັດວິສາຫະກິດຫວຍພັດທະນາ ຕາມລະບຽບການ ແລະ ບໍ່ປະຕິບັດຕາມ ສັນຍາທີ່ໄດ້ເຊັນຮ່ວມກັນໃນປີ 2021 ທີ່ລະບຸໄວ້ໃນ (ມາດຕາ 7) ອັນກໍ່ໃຫ້ເກີດມີຄວາມບໍ່ສະຫງົບໃນບິນຕົວແທນຈຳໜ່າຍດ້ວຍກັນ, ເກີດມີຫາງສຽງຂອງສັງຄົມທາງສື່ອອນລາຍ.
ສະນັ້ນ, ເພື່ອຫຼີກລ້ຽງບໍ່ໃຫ້ເກີດບັນຫາຂໍ້ຂັດແຍ່ງຫຼາຍຂື້ນຕື່ມອີກ ບໍລິສັດລັດວິສາຫະກິດ ຫວຍພັດທະນາລາວ ມີຄວາມຈຳເປັນແຈ້ງໃຫ້ຕົວແທນຈຳໜ່າຍ ຢຸດເຊົາການຂາຍຜ່ານທາງຊ່ອງທາງດັ່ງກ່າວ ທີ່ບໍ່ໄດ້ຮັບອະນຸຍາດຈາກກະຊວງການເງິນ ອອກຄັ້ງວັນທີ 19 ກໍລະກົດ 2021 ເປັນຕົ້ນໄປ. ຖ້າຍັງສືບຕໍ່ຂາຍ (ບໍ່ຢຸດເຊົາ) ຈະໄດ້ປັບໃໝ່ໃນອັດຕາ 6% ຂອງມູນຄ່າຈຳໜ່າຍ ຕາມສັນຍາໃນ (ມາດຕາ7) ແລະ ຖ້າຫາກຍັງສືບຕໍ່ລະເມີດອີກເປັນຄັ້ງທີ 2 ຈະໄດ້ປັບໃໝ່ໃນອັດຕາ 9% ຂອງມູນຄ່າຈຳໜ່າຍ ພັອມທັງປິດລະບັບການຈຳໜ່າຍຂອງຕົວແທນ.