ອີງຕາມເພຈທາງການຂອງສະຖານທູດອາເມລິກາໂພສແຈ້ງວັນທີ 15 ກໍລະກົດ 2021 ນີ້ໃຫ້ຮູ້ວ່າ: ເຮືອບິນທີ່ຂົນສົ່ງວັກຊີນຈອນສັນແອນຈອນສັນ ແມ່ນຊັກຊ້າ ເນື່ອງຈາກເຄື່ອງຍົນມີການຂັດຂ້ອງດ້ານເຕັກນິກ.ຍ້ອນສາເຫດດັ່ງກ່າວ, ພວກເຮົາຈຶ່ງບໍ່ທັນສາມາດຢືນຢັນວັນເວລາໃໝ່ ທີ່ເຮືອບິນຈະມາຮອດ. ແຕ່ບັນດາທ່ານບໍ່ຕ້ອງເປັນຫ່ວງເພາະ
ທາງສາຍການບິນຮັບປະກັນວ່າວັກຊີນດັ່ງກ່າວ ໄດ້ຖືກເກັບຮັກສາຄວາມເຢັນໄວ້ເປັນຢ່າງດີ ແລະ ຈະມາຮອດ ສປປ ລາວ ຢ່າງແນ່ນອນ.ພວກເຮົາຮູ້ສຶກເສຍໃຈທີ່ເຮືອບິນບໍ່ສາມາດມາຮອດພາຍໃນມື້ນີ້ ແຕ່ພວກເຮົາກໍ່ໄດ້ຕິດຕາມສະຖານາການຢ່າງໃກ້ຊິດ ແລະ ພວກເຮົາຈະໄປທີ່ສະໜາມບິນແນ່ນອນ ເມື່ອເຮືອບີນມາຮອດ ສປປ ລາວ. ຖ້າຕິດຕາມນຳກັນເດີ້ ແລະ ພວກເຮົາຈະແຈ້ງໃຫ້ທ່ານຊາບຕື່ມອີກ.
ທີ່ມາ:ສະຖານທູດອາເມລິກາ