ແຈ້ງການດ່ວນທີ່ສຸດ, ຄະນະສະເພາະກິດຂັ້ນນະຄອນ ຫຼວງພະບາງ ຂໍແຈ້ງມາຍັງທ່ານ ຊາບວ່າ: ປະຈຸບັນມີແຮງງານທີ່ໄດ້ລັກລອບມາແຕ່ສາມຫຼ່ຽມຄໍາ ແຂວງບໍ່ແກ້ວ ເຊິ່ງໄດ້ຮ່ວມເດີນທາງດ້ວຍລົດມານຳກັນທັງໝົດ 5 ຄົນ ໃນວັນທີ 12 / 7 / 2021 ເຊິ່ງມີ 1 ຄົນໄດ້ລົງແຂວງອຸດົມໄຊ ເປັນກໍລະນີທີ່ຕິດເຊື້ອພະຍາດໂຄວິດ-19 ຢູ່ແຂວງອຸດົມໄຊ ໃນວັນທີ 15 / 7 / 2021 ແລະ ອີກ 4 ຄົນ ໄດ້ເດີນທາງມານະຄອນຫຼວງພະບາງ ແຕ່ບໍ່ຮູ້ວ່າເປັນເພດຍິງ ຫຼື ຊາຍ? ບໍ່ຮູ້ວ່າຢູ່ບ້ານໃດ?ສະນັ້ນ, ໃຫ້ຄະນະຊີ້ນໍາກຸ່ມແຕ່ລະ
ກຸ່ມ ແຈ້ງໃຫ້ຄະນະສະເພາະກິດຂັ້ນບ້ານ ລົງຕິດຕາມກວດກາໂດຍດ່ວນແຕ່ລະຄົວເຮືອນ ຖ້າພົບເຫັນໃຫ້ແຈ້ງຄະນະສະເພາະກິດຂັ້ນນະຄອນທັນທີ ເພື່ອຈະໄດ້ໄປຮັບເອົາບຸກຄົນດັ່ງກ່າວມາກວດຫາເຊື້ອພະຍາດໃຫ້ທັນເວລາ.ດັ່ງນັ້ນ, ຈິ່ງຂໍແຈ້ງມາຍັງທຸກພາກສ່ວນຈົ່ງໃຫ້ການຮ່ວມມື ແລະ ພ້ອມກັນຈັດຕັ້ງປະຕິບັດ ຕາມແຈ້ງການສະບັບນີ້
ຢ່າງເຂັ້ມງວດ.