ໄດ້ລຶກດີແລ້ວ ກະເສມລາດໂຮງໝໍທັນສະໄໝໃນນະຄອນຫຼວງວຽງຈັນ

    0
    199

    ສິ້ນສຸດການລໍຄອຍສຳລັບໂຮງໝໍລາວທີ່ທັນສະໄໝແຫ່ງໃໝ່ທີ່ທຸ່ມເທສ້າງມາແຕ່ປີ 2018 ຮອດມື້ນີ້ ຜູ້ລົທຶນຢືນຢັນສຳເລັດແລ້ວ 100% ກາງເດືອນໜ້າ ເປີດຕ້ອນຮັບປະຊາຊົນລາວທຸກຄົນເຂົ້າປິ່ນປົວໄດ້ ແລະຫວັງວ່າຈະຊ່ວຍຕອບໂຈດຄົນທີ່ມັກຂ້າມໄປໄທໄດ້ເປັນຢ່າງດີ.

    ທ່ານນາງ ວາລີ ເວດສະພົງ ຜູ້ຖືຮຸ້ນຝ່າຍລາວຂອງໂຮງຫມໍກະເສມລາດ ອິນເຕີເນຊັນແນລ ໄດ້ແຈ້ງໃຫ້ຮູ້ມື້ນີ້ວ່າ:  ສຳເລັດ 100% ແລ້ວ ມື້ນີ້ເຊີນກະຊວງສາທາລະນະສຸກ ລົງມາກວດຄວາມພ້ອມຂອງໂຮງຫມໍກະເສມລາດ ອິນເຕີເນຊັນແນລ ວຽງຈັນ ທີ່ໄດ້ກຳນົດມື້ເປີດບໍລິການຢ່າງເປັນທາງການ ເພື່ອຮັບໃຊ້ ປິ່ນປົວຮັກສາ ສຸກຂະພາບ ຄົນເຈັບ ໃນ ສປປ ລາວ ໃນວັນທີ 19/08/2021 ທີ່ຈະມາເຖິງນີ້.

    ໂຮງໝໍກະເສມລາດ ໄດ້ເລີ່ມລົງມືກໍ່ສ້າງມາແຕ່ເດືອນພຶດສະພາ ປີ 2018 ໂດຍແບ່ງອອກເປັນ 2 ໄລຍະການກໍ່ສ້າງ, ໂຮງໝໍແຫ່ງນີ້ໄດ້ນຳໃຊ້ງົບລົງທຶນ 60 ລ້ານໂດລາສະຫະລັດ ຫຼື ປະມານ 480 ຕື້ກີບ, ມີອາຄານທັງໝົດ 4 ຫຼັງ ມີ 38 ຫ້ອງກວດ, 254 ຕຽງນອນ, ເບື້ອງຕົ້ນຄາດວ່າຈະນຳໃຊ້ແພດໝໍຈາກຕ່າງປະເທດມາປິ່ນປົວຖ່າຍຖອດປະສົບການໃຫ້ແພດໝໍລາວກ່ອນ.

    ໂຮງໝໍກະ​ເສມລາດ ອິນ​ເຕີ​ເນ​ຊັ້ນ​ແນວ ວຽງຈັນ ຕັ້ງ​ຢູ່​ບ້ານດອນ​ນົກ​ຂຸ້ມ ເມືອງ​ສີ​ສັດ​ຕະ​ນາກ ນະ​ຄອນຫລວງວຽງ​ຈັນ, ເຊິ່ງ​​ການກໍ່​ສ້າງ​ແມ່ນ​ຮັບ​ຮອງ ​ມາດ​ຕະ​ຖານ​ຄຸນ​ນະ​ພາ​ບ ​ສະ​ຖານ​ພະ​ຍາ​ບານ​ລະ​ດັບ​ສາ​ກົນ ຫລື JCI ແລະ ຈາກ​ສະ​ຖາ​ບັນ​ສະ​ຖາ​ປະ​ນິກ​ອາ​ເມ​ລິ​ກາ (AIA).

    ​ ເຊິ່ງ​ການ​ລົງ​ທຶນ​ໄລ​ຍະ​ທຳ​ອິດ ໂດຍ​ສຸມ​ໃສ່​ການກໍ່​ສ້າງ ແລະ ການ​ໃຫ້​ບໍ​ລິ​ການ​ທາງ​ດ້ານ​ການ​ປິ່ນ​ປົວ​ນັບ​ຕັ້ງ​ແຕ່​ການກວດ-ບົ່ງ​ມະ​ຕິ ແລະ ການ​ປິ່ນ​ປົວ​ແບບ​ຄົບ​ວົງ​ຈອນ ດ້ວຍ​ເຄື່ອງ​ມື​ທີ່​ທັນ​ສະ​ໄໝ, ມີ​ແພດ​ໝໍ​ທີ່​ຊ່ຽວ​ຊານ ແລະ ມີ​ປະ​ສົບ​ການ​ສູງ ໃນ​ແຕ່​ລະ​ດ້ານ ເພື່ອ​ໃຫ້​ມີ​ການ​ບໍ​ລິ​ການ​ທີ່​ດີ​ທີ່​ສຸດ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.