ຜ ູ ້ ຕ ິ ດ ເ ຊ ື້ ອ ຢູ່ ແຂວງວຽງຈັນ ໄດ້ຮັບການປິ່ນປົວດີແລ້ວ 19 ຄົນ ໃນຈຳນວນ ຜ ູ ້ ຕ ິ ດ ເ ຊ ື ້ ອ 50 ຄົນ

    0
    422

    ຜູ້ຕິດເຊື້ອ ໂຄວິດ-19 ຢູ່ ແຂວງວຽງຈັນ ໄດ້ຮັບການປິ່ນປົວດີແລ້ວ ພ້ອມສົ່ງກັບຄອບຄົວ 19 ຄົນ,ໃນຈຳນວນຜູ້ຕິດເຊື້ອ 50 ຄົນ.ພິທີມອບ – ຮັບຜູ້ໄດ້ຮັບການປິ່ນປົວພະຍາດໂຄວິດ-19, ຈຳນວນ 19 ຄົນ ທີ່ປິ່ນປົວຢູ່ສູນ ປິ່ນປົວໂຄວິດ ແຂວງວຽງຈັນ ໄດ້ມີຂຶ້ນໃນວັນທີ 14 ກໍລະກົດ 2021 ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ພູວົງບຸນຊູຮອງເຈົ້າແຂວງ, ຫົວໜ້າຄະນະສະເພາະຕ້ານແລະສະກັດກັ້ນ ພະຍາດໂຄວິດ -19 ແຂວງວຽງຈັນ, ມີບັນດາຄະນະສະເພາະກິດຂັ້ນແຂວງ, ຂັ້ນເມືອງ, ແພດໝໍ ແລະ ອຳນາດການປົກຄອງບ້ານກ່ຽວຂ້ອງເຂົ້າຮ່ວມ.

    ດຣ ນາງ ຈັນຫອມຄອນສະຫວັນຫົວ ໜ້າທີມຄຸ້ມຄອງກໍລະນີຄົນເຈັບຢູ່ສູນປິ່ນປົວພະຍາດໂຄວິດ-19, ແຂວງວຽງຈັນ ກ່າວວ່າ: ຜູ້ຕິດເຊື້ອໂຄວິດ-19 ຮອບ ທີ 2 ແຕ່ວັນທີ 27 ມິຖຸນາ 2021 ມາຮອດປະຈຸບັນທີ່ໄດ້ຮັບການປິ່ນປົວຢູ່ສູນປິ່ນປົວໂຄວິດ ໃນທົ່ວແຂວງວຽງຈັນມີທັງຫມົດ 50 ກໍລະນີ, ຍິງ 20 ຄົນ,ຊາຍ 30 ຄົນ,ມາຈາກ 8 ບ້ານຂອງເມືອງໂພນໂຮງ ໃນນີ້ແມ່ນໄດ້ຮັບການປິ່ນປົວມາຮອດ ວັນທີ 14 ກໍລະກົດ 2021 ແມ່ນໄດ້ຮັບການປິ່ນປົວດີແລ້ວ ພ້ອມຈັດສົ່ງກັບບ້ານຈຳນວນ 19 ຄົນ,ເປັນຊຸດທຳອິດປະກອບມີ : ບ້ານໃໝ່13ກໍລະນີຄື: ທ້າວ ພຸດທະສິນ ແກ້ວໄຊຍາ, ທ້າວ ກິ ຈູມທະລັງສີ, ນາງ ວິໄລວຽງ ຫລວງໂຄດ, ນາງ ອໍລະໄທ ຫລວງໂຄດ, ນາງ ຕຸ່ນ

    ຈູມທະລັງສີ, ນາງ ອ້ວນຄຳ ເພງວັນນະວົງ, ນາງ ປູນາ ລັກສະໝີ, ທ້າວ ສອນວິໄລ ແກ້ວໄຊຍາ, ທ້າວ ວິໄລສຸກ ແກ້ວໄຊຍາ, ນາງ ນ້ອຍ ແກ້ວດາວເຮືອງ, ນາງ ວຽງໄຊ ແສນສຸເພັດ, ນາງ ຊຽນ ແກ້ວຕາມໃຈ, ທ້າວ ຫລອດ ແລະ ບ້ານນາເລົາມີ 6 ກໍລະນີ ຄື: ທ້າວ ພູທອນ ແສງພະຈັນ, ທ້າວ ເຈດສະດາ ພອນແສງພະຈັນ, ນາງ ປະກາຍເພັດ ພອນແສງພະຈັນ, ນາງ ນ້ອຍ ຫຼວງອາດສະຫມຸດ, ນາງ ເຂີງຄຳຈັນທະລາດ, ທ້າວ ອາແລັກ ແສນສຸກ.ຈຳນວນທີ່ອອກໂຮງໝໍ 19 ຄົນ ນີ້ມີ ອາການປານກາງ 1 ກໍລະນີ, ເບົາບາງ 12 ກໍລະນີ ແລະ ບໍ່ມີອາການ 49

    ກໍລະນີ, ໃນປະຈຸບັນຄົນເຈັບຍັງສືບຕໍ່ປິ່ນປົວ 31 ກໍລະນີ ຊຶ່ງແຕ່ລະຄົນແມ່ນມີອາການເບົາບາງ.ດຣ ສົມຍົດ ດວງພະຈັນ ຜູ້ອຳນວຍການໂຮງໝໍແຂວງວຽງຈັນ ກ່າວວ່າ: ທັງ 19 ຄົນນີ້ ແມ່ນໄດ້ຮັບການປິ່ນປົວດີແລ້ວ ພ້ອມທັງສົ່ງກັບບ້ານ ແຕ່ຈະຕ້ອງໄດ້ມີການກັກບໍລິເວນໂຕເອງຢູ່ເຮືອນໃຫ້ເຂັ້ມງວດຕື່ມອີກ 14 ມື້ຄືກັບຕອນຢູ່ໃນໂຮງໝໍ ໂດຍມອບໃຫ້ຄະນະສະເພາະກິດຂັ້ນເມືອງ ແລະ ອຳນາດການປົກຄອງບ້ານເພື່ອຊີ້ນຳ, ຕິດຕາມ, ກວດກາຄືນ ຫາເຊື້ອພະຍາດໂຄວິດ-19 ຕື່ມອີກ ເພື່ອສ້າງຄວາມແນ່ໃຈວ່າເຊື້ອ ໂຄວິດ- 19 ປົວດີ 100%. ເພື່ອໃຫ້ໄດ້ໃຊ້ຊີວິດ ແລະ ດຳລົງຊີວິດແບບປົກກະຕິໃນຄອບຄົວ ແລະ ສັງຄົມ.
    ຂ່າວ : ບຸນມາ ແກ້ວບຸດດາ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.