ປາດໂທ! ເກີດຫຍັງຂຶ້ນກັບສາວນີ້ ຂຶ້ນຍົນແລ້ວເລາະກັດຄົນໄປທົ່ວ ບອກໃຫ້ຈອດຊົ່ວຄາວຊິລົງກາງອາກາດ

    0
    262

    ເກີດເຫດລະທຶກໃນຖ້ຽວບິນຂອງອາເມລິກາ ແອລາຍ ຈາກດັລລາສ ໄປຍັງຊາລອຕ ເມື່ອວັນທີ  6ກໍລະກົດທີ່ຜ່ານມາ ພາບເຫດການທັງໝົດຖືກບັນທຶກໂດຍຜູ້ໂດຍສານທ່ານໜືຶ່ງ ກ່ອນຈະນໍາມາໂພສລົງໂຊຊຽວ.

    ໂດຍພາຍໃນຄລິບຈະສະແດງໃຫ້ເຫັນພາບຂອງຍິງສາວທີ່ມີຜົມສີຂາວຄົນໜຶ່ງ ທີ່ຖືກສະກອດພັນສາຍໄຟສີເງິນພັນເອົາໄວ້ອ້ອມຮອບຕົວ ແຂນ ແລະ ລໍາຕົວຂອງຜູ້ກ່ຽວກໍ່ຖືກມັດຕິດກັນຢູ່ກັບບ່ອນນັ່ງ ແລະ ປາກກໍ່ຖືກປິເໄວ້ເຊັ່ນກັນ.

    ເຊິ່ງເລື່ອງລາວທັງໝົດເກີດຂຶ້ນຫຼັງຈາກທີ່ເຄື່ອງບິນລໍານີ້ຫາກໍ່ບິນຂຶ້ນໄດ້ປະມານ 1ຊົ່ວໂມງ ກ່ອນທີ່ຜູ້ໂດຍສານເທິງເຄື່ອງຈະສັງເກດເຫັນວ່າພະນັກງານຕ້ອນຮັບຫຼາຍຄົນ້ລີ່ມມີການຍ່າງໄປມາຢ່າງຜິດປົກກະຕິ ເລີຍຄາດເດົາກັນວ່າໜ້າຈະມີຫຍັງເກີດຂຶ້ນແນ່ນອນ.

    ລາຍງານລະບຸວ່າ ຍິງລາຍນີ້ ຢູ່ຊື່ໆກໍ່ລຸກຂື້ນມາຈາກບ່ອນນັ່ງຂອງຕົນເອງ ແລະ ເລີ່ມສະຕິແຕກ ພ້ອມທັງຮ້ອງອອກມາວ່າ ຂ້ອຍຕ້ອງການລົງຈາກເຄື່ອງບິນລໍານີ້ ເຈົ້າຕ້ອງປ່ອຍຂ້ອຍລົງຈາກເຄື່ອງບິນລໍານີ້ ທັ້ງຍັງມີຄວາມພະຍາຍາມທີ່ຈະເປີດປະຕູເຄື່ອງບິນຂະນະທີ່ຢູ່ເທິງຟ້າ ເຊິ່ງເມື່ອພະນັກງານຕ້ອນຮັບເຂົ້າໄປຄວບຄຸມຕົວ ຜູ້ກ່ຽວກໍ່ຈູ່ໂຈມພະນັກງານ ແລະ ເລີ່ມໄລ່ກັດພວກເຂົາຈົນພະນັກງານໄດ້ຮັບບາດເຈັບ.

    ຫຼັງຈາກນັ້ນກໍ່ເກີດເຫດວຸ່ນວາຍຂຶ້ນ ເຮັດໃຫ້ເຈົ້າໜ້າທີ່ຕ້ອງມັດຜູ້ກາ່ຽວຕິດກັບບ່ອນນັ່ງດ້ວຍສະກັອດດັ່ງພາບທີ່ຖືກເຜີຍແຜ່ອອກມາ ແລະ ທັນທີທີ່ເຄື່ອງບິນລົງຈອດແລ້ວນັ້ນ ທາງສ່ຍການບິນກໍ່ໄດ້ທໍາການຕິດຕໍ່ໃຫ້ເຈົ້າໜ້າທີ່ໜ່ວຍສຸກເສີນເຂົ້າມາຮັບຕົວຍິງຄົນນີ້ໄປໂຮງໝໍທ້ອງຖິ່ນ ເພື່ອກວດສອບສະພາບອາການທາງຈິດ.

    ທີ່ມາ: ເລື່ອງເລົ່າເຊົ້ານີ້

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.