ໂອ້ຍຕາຢ້ານແທ້! ຊາວອິນເດຍຖືກຟ້າຜ່າ ເສຍຊີວິດມື້ດຽວ 50ກວ່າຄົນ

    0
    458

    ລາຍງານຂ່າວລະບຸວ່າ ຊາວອິນເດຍ ຖືກຟ້າຜ່າໃນລັດຣາຊສະຖານ ແລະ ອຸຕະຣະປະເທດ ທາງພາກເໜືອຂອງປະເທດ ເຮັດໃຫ້ມີຜູ້ເສຍຊີວິດຍ້ອນຟ້າຜ່າຢ່າງໜ້ອຍ 50ຄົນ ເມື່ອວັນທີ 11 ກໍລະກົດ ທີ່ຜ່ານມາ ໂດຍສື່ຫຼາຍແຫ່ງລາຍງານວ່າທີ່ບັດຣາຊສະຖານ ເຊິ່ງມີທະເລຊາຍ ມີຜູ້ເສຍຊີວິດ 11ຄົນ ແລະ ຢູ່ລັດອຸຕະຣະປະເທດ ເຊິ່ງເປັນລັດທີ່ມີປະຊາກອນຫຼາຍທີ່ສຸດໃນອິນເດຍ ເສຍຊີວິດ 42ຄົນ.

    ຕໍາຫຼ%ດ ແລະ ທ່ານອານັນ ສີວັດເທວາ ເຈົ້າໜ້າທີ່ອາວຸໂສຂອງລັດຣາຊສະຖານ ເປີດເຜີຍວ່າ ຜູ່ເສຍຊີວິດຈາກເຫດຟ້າຜ່າໃນລັດຣາຊສະຖານສ່ວນຫຼາຍແມ່ນເສຍຢູ່ບໍລິເວນຫໍຄອຍຂອງປ້ອມອາເມ ບຸຮານສະຖານສະໄໝສະຕະວັດທີ 12 ສະທີ່ທ່ອງທ່ຽວລືຊື່ໃນເມືອງອາເມ ໃກ້ເມືອງໄຊປຸຣະ ເມືອງເອກຂອງລັດຣາຊສະຖານ ຂະນະທີ່ບາງຄົນກໍ່ຖືກຟ້າຜ່າຂະນະທີ່ກໍາລັງເຊວຟີ່ກັບຫໍຄອຍອີກດ້ວຍ.

    ເຈົ້າໜ້າທີ່ມນພື້ນທີ່ເຜີຍວ່າ ເກີດຝົນຕົກຢູ່ແລ້ວ ຂະນະມີປະຊາຊົນບຽດກັນລີ້ຝົນຢູ່ໃນຫໍຄອຍຕ່າງໆເທິງປ້ອມອາເມ ແລະ ຊ່ວງທີ່ເກີດຟ້າຜ່າ ມີປະຊາຊົນປະມານ 30ຄົນຢູ່ໃນຫໍຄອຍ ເປັນເຫດໃຫ້ມີຜູ້ເສຍຊີວິດເຖິງ 11ຄົນ, ບາດເຈັບ 17ຄົນ ແລະ ບາດເຈັບສາຫັດ 3ຄົນ. ນອດຈາກນີ້ທີມກູ້ໄພໃນພື້ນທີ່ກໍາລັງກວດສອບໃນມື້ນີ້ວ່າມີຄົນຕົກຈາກຫໍຄອຍລົງສູ້ຄອງເໝືອງຕ່າງໆຫຼືບໍ່.

    ທັ້ງນີ້ ໃນແຕ່ລະປີມີຊາວອີນເດຍຕ້ອງເສຍຊີວິດຈາກການຖືກຟ້າຜ່າສະເລ່ຍປະມານ 2.000ຄົນ ເນື້ອງຈາກເກີດມີຝົນຕົກຟ້າເຫຼື້ອມຟ້າຮ້ອງຢູ່ຕະຫຼອດໃນຊ່ວງລະດູມໍລະສຸມ ຂະນະທີ່ກອງອຸຕຸນະຍົມວິທະຍາຂອງອິນເດຍລາຍງານດ້ວຍວ່າ ມີຜູ້ເສຍຊີວິດຈາກເຫດຟ້າຜ່າເພີ່ມຂຶ້ນເໂິວ 2ເທົ່າ ນັບຕັ້ງແຕ່ທົດສະວັດ 1960 ເຊິ່ງໜຶ່ງໃນສາເຫດສໍາຄັນມາຈາກການປ່ຽໜແປງຂອງສະພາບອາກາດ.

    ທີ່ມາ: ເລື່ອງເລົ່າເຊົ້ານີ້

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.