ກົມອຸຕຸແຈ້ງເຕືອນ ໃຫ້ເຝົ້າລະວັງຝົນຕົກໜັກໃນແຕ່ລະພາກ ວັນທີ 14-18 ກໍລະກົດນີ້

    0
    956

    ກົມອຸຕຸແຈ້ງ ເຝົ້າລະວັງຝົນຕົກໜັກໃນແຕ່ລະພາກ ໄລຍະ 14-18 ກໍລະກົດນີ້ກົມອຸຕຸນິຍົມ ແລະ ອຸທົກກະສາດ ຄາດຄະເນສະພາບອາກາດ ໄລຍະວັນທີ 12 – 18 ກໍລະກົດ 2021 ວ່າ:ໃນໄລຍະວັນທີ 12 – 13 ກໍລະກົດນີ້ ບໍລິເວນຄວາມກົດດັນຕໍ່າຂອງອາກາດຮ້ອນທີ່ມີກໍາລັງປານກາງ ຫາ ແຮງ ຈະປົກຄຸມຢູ່ທຸກພາກຂອງປະເທດລາວ, ສົມທົບ

    ກັບສອງກະແສລົມຕາເວັນອອກສ່ຽງໃຕ້ ແລະ ຕາເວັນຕົກສ່ຽງໃຕ້ພັດປົກຄຸມ, ຊຶ່ງຈະເຮັດໃຫ້ອາກາດຮ້ອນ ແລະ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງເປັນບໍລິເວນກວ້າງຢູ່ໃນແຕ່ລະພາກ.

    ຈາກນັ້ນວັນທີ 14-18 ກໍລະກົດ 2021 ລົມມໍລະສຸມຕາເວັນຕົກສ່ຽງໃຕ້ຈະເພີ່ມກໍາລັງແຮງຂຶ້ນພັດປົກຄຸມເປັນສ່ວນໃຫຍ່ ແລະ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ທົ່ວໄປ ແລະ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ, ແຈ້ງເຕືອນເຖິງປະຊາຊົນທີ່ອາໄສຢູ່ເຂດດັ່ງກ່າວ ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກຟ້າຮ້ອງຟ້າເຫຼື້ອມທີ່ຈະເຮັດໃຫ້ມີ ນໍ້າຖ້ວມຊູ ແລະ ດິນເຈື່ອນ ເກີດຂຶ້ນຢູ່ບາງທ້ອງຖິ່ນແຂວງພາກເໜືອ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.