ບາດເພິ່ນຊື້ຄືຖືກຄັກແທ້ ນີ້ແລນະເພິ່ນວ່າວັດດວງບໍໄດ້

    0
    837

    ໂອ້ຍໂອຍ ຢາກໄປສະເໜີຕົວເປັນຍາດຈັກບາດເດຄືຊິມາດວງດີແທ້ ຂອງເຈົ້າຂອງເລກ 6 ໂຕນີ້ສັງມາໂຊກດີກະດໍ້ ບາດກັບແອັດນີ້ຕິ ນຳເລກໂຕດຽວໝົດຊາດກະບໍເຫັນຖືກຈັກໜ້ອຍ ຄົນດວງບໍດີເຮັດຈັ່ງໃດກະບໍໄດ້ນໍວ່າບໍ.

    ແຕ່ກັບຄົນນີ້ດຸ ໃຈເຖິງຊື້ເທື່ອລະ 6 ໂຕໂລດ ໂຕລະພັນບໍ່ຖືກກໍ່ຖຶເປັນການສ່ຽງດວງໄປ ແຕ່ບາດຖືກຫັ້ນລະຕິ 989114 ເຕັມໆເລີຍ ບໍ່ຢາກໄດ້ເຂົາກໍ່ໃຫ້ 400 ລ້ານງາມໆແບບບໍ່ຕ້ອງສົງໄສ.

    ວ່າແທ້ຖືກແບບນີ້ມີພີ່ນ້ອງຫຼາຍຂຶ້ນທັນທີ ແຕ່ວ່າຢ່າຟ້າວຫຼົງລະເມີກັບຫວຍກັບໃບເດີ້ ເພາະເປັນພຽງ 1 ໃນລ້ານ ບໍ່ອີຫຼີກໍ່ບໍຖືກເດີ້ ສະນັ້ນ ດົນໆຈິ່ງສ່ຽງດວງບາດໜຶ່ງບໍ່ເປັນຫຍັງ ຢ່າຫຼິ້ນທຸກງວດຖ້າບໍ່ຖືກ ຫຼື ຖືກໜ້ອຍກໍ່ບໍ່ຄຸ້ມຄ່າກັບການລົງທຶນ ອີກຢ່າງຫຼາຍຄົນກໍ່ເປັນໜີ້ເປັນສິນຍ້ອນລຸ້ນຫວຍເນີ້!

    ສຳລັບຜູ້ຖືກເລກ 6 ໂຕຕົງກໍ່ດີໃຈນຳ ຜູ້ບໍຖືກກໍ່ມື້ໜ້າສ່ຽງໃໝ່  ດົນໆແກ້ເຊັງກໍຄົງບໍ່ເປັນຫຍັງ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.