ສຳນັກຂ່າວ ບີບີຊີ ໄດ້ລາຍງານຂ່າວວ່າ: ໃນວັນທີ 11 ກໍລະກົດ 2021 ທີ່ຜ່ານມາ ໄດ້ເກີດເຫດຟ້າຜ່າຄົນອິນເດຍຕາຍວັນດຽວກວ່າ 50 ຄົນ ໃນລັດ ຣາດຊະສະຖານ ແລະ ອຸດຕະລະປະເທດ.ມີຄົນເສຍຊີວິດໃນຂະນະທີ່ຖ່າຍຮູບ ເຊລຟີ ເທິງຫໍຄອຍບູຮານ ອາເມີ ໃນລັດຊະສະຖານ ປະມານ 11 ຄົນ ແລະ ໃນລັດ ອຸຕະລະປະເທດ ຊຶ່ງເປັນລັດທີ່ມີ
ປະຊາກອນຫລາຍທີ່ສຸດໃນອິນເດຍມີຜູ້ເສຍຊິວິດຈາກການຖືກຟ້າຜ່າຢ່າງໜ້ອຍ 42 ຄົນ.ຂ່າວຍັງໃຫ້ຮູ້ວ່າ: ແຕ່ລະປີມີຊາວອິນເດຍເສຍຊິວິດຈາກການຖືກຟ້າຜ່າສະເລ່ຍປີລະ
2.000 ຄົນ ຂະນະທີ່ກອງອຸຕຸນິຍົມວິທະຍາ ຂອງອິນເດຍລາຍງານວ່າ ມີຜູ້ເສຍຊິວິດໃນປະເທດຈາກການຖືກຟ້າຜ່າເສຍຊີວິດເພີ່ມຂຶ້ນ 2 ເທົ່າ ນັບແຕ່ປີ 1960 ເປັນຕົ້ນມາ, ສາເຫດໜຶ່ງທີ່ພາໃຫ້ເກີດຟ້າຜ່າແມ່ນຍ້ອນການປ່ຽນແປງດິນຟ້າອາກາດ.