ໂອໂຢ! ຢູ່ລັດເຊຍມີແບບນີ້ ແນະນໍາໃຫ້ງົດມີເພດສໍາພັນ ຊ່ວງ 3ວັນຫຼັງສັກວັກຊີນປ້ອງກັນໂຄວິດ-19

    0
    247

    ເດລີເມວລາຍງານກະແສວິພາກວິຈານໃນປະເທດລັດເຊຍ ຫຼັງຈາກທາງການທ້ອງຖິ່ນແນະນໍາວ່າ ປະຊາຊົນທີ່ຫາກໍ່ເຂົ້າຮັບການສັກວັກຊີນປ້ອງກັນໂຄວິດ-19 ຄວນງົດມີເພດສໍາພັນເປັນເວລາຢ່າງໜ້ອຍ 3ວັນ ເພາະກິດຈະກໍານີ້ຕ້ອງໃຊ້ພະລັງງານສູງ ແລະ ອາດສົ່ງຜົນກະທົບຕໍ່ຮ່າງກາຍພາຍຫຼັງທີ່ສັກວັກຊີນໄດ້.

    ທ່ານໝໍເດນີສ ໄກຣເຟີ ລັດຖະມົນຕີຊ່ວຍວ່າການກະຊວງສາທາລະນະສຸກ ແຄ້ວນຊາຣາຕອຟ ທາງຕາເວັນຄົກຂອງລັດເຊຍ ຖະແຫຼງວ່າ ຊາວລັດເຊຍຄວນຫຼີກລ່ຽງການເພີ່ມຄວາມຄຽດ ທາງຮ່າງກາຍຫຼັງເຂົ້າຮັບການສັກວັກຊີນ ລວມເຖິງການມີສໍາພັນດ້ວຍ.

    ຄວາມເຄື່ອນໄຫວຂອງທ່ານໝໍໄກຣເຟີ ເກີດຂຶ້ນຫຼັງຈາກທາງການແນະນໍາໃຫ້ປະຊາຊົນຫຼີກລ່ຽງການດື່ມເຄື່ອງດື່ມແອວກໍຮໍ ໂດຍສະເພາະວອດກ້າ ໂດຍສະເພາະວອດກ້າ ງົດສູບຢາ ແລະ ງົດໃຊ້ບໍລິການຫ້ອງຊາວນ່າທັນທີຫຼັງສັກວັກຊີນ.

    ພ້ອມຢໍ້າວ່າ ການມີເພດສໍາພັນເປັນກິດຈະກໍາທີ່ສິ້ນເປືອງພະລັງງານລາຍ ດັ່ງນັ້ນເຮົາຈຶ່ງເຕືອນຜູ້ທີ່ໄດ້ຮັບການສັກວັກຊີນວ່າບໍ່ຄວນເພີ່ມກິດຈະກໍາທາງກາຍະພາບ ລວມທັງກາຍມີເພດສໍາພັນ.

    ຂະນະທີ່ຫຼາຍຝ່າຍລະບຸບໍ່ເຫັນດີກັບຄໍາແນະນໍານີ້ ໂດຍຫຼາຍຄົນເຫັນວ່າປະຊາຊົນຄວນຄິດເອງໄດ້ວ່າສິ່ງໃດເຮັດໄດ້ ຫຼື ເຮັດບໍ່ໄດ້ ແລະ ທີ່ສໍາຄັນຄືຢ່າຫັກໂຫມຈົນເກີນໄປ

    ທັ້ງນີ້, ລັດເຊຍມີອັດຕາການສັກວັກຊີນທີ່ຂ້ອນຂ້າງຕໍ່າ ຊາວລັດເຊຍທີ່ໄດ້ຮັບວັກຊີນຄົບໂດສແລ້ວມີປະມານ 100/13 ບໍ່ຮອດເຄິ່ງຂອງອັດຕາສະເລ່ຍໃນເອີຣົບທີ່ສັກວັກຊີນໃຫ້ປະຊາຊົນແລ້ວກວ່າ 100/30 ຂະນະດຽວກັນ ລັດເຊຍມີຜູ້ຕິດເຊື້ອລາຍວັນສູງເຖິງ 25.033ຄົນ ເຮັດໃຫ້ຜູ້ຕິດເຊື້ອສະສົມຢູ່ທີ່ 5.783.333ຄົນ.

    ທີ່ມາ: ເລື່ອງເລົ່າເຊົ້ານີ້

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.