ແຜ່ນດິນໄຫວຢູ່ເມືອງເງິນ ມີເຮືອນປະຊາຊົນໄດ້ຮັບຄວາມເສຍຫາຍ 1 ຫຼັງ ອິງຕາມການລາຍງານ ຂອງຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງ ໃນການເກັບ
ກໍາຂໍ້ມູນຂອງຄະນະກໍາມະການປ້ອງກັນ ແລະ ຄວບຄຸມໄພພິບັດ ໃນຄັ້ງວັນທີ 8 ກໍລະກົດ 2021 ນີ້ວ່າ: ໃນວັນທີ 7 ກໍລະກົດ 2021 ເວລາ 13 ໂມງ 43 ນາທີ ມີແຜນ
ດິນໄຫວຈຸດສູນກາງຢູ່ບ້ານ ດອກເກດ ເມືອງເງິນ ແຂວງໄຊຍະບູລີ ຈຳນວນ 1 ຄັ້ງ, ຄວາມແຮງສັນສະເທືອນວັດແທກໄດ້ 4,9 ຣິກເຕີ ຊື່ງມີຄວາມເລິກຈາກໜ້າດິນລົງໄປ
15 ກິໂລແມັດ, ຫ່າງຈາກຕົວເມືອງໄປທາງທິດເໜືອປະມານ 8 ກິໂລແມັດ ຊຶ່ງສ້າງຜົນເສຍຫາຍ ແລະ ຄວາມແຕກຕື່ນໃຫ້ແກ່ຊາວເມືອງເງິນພໍສົມຄວນ ໂດຍເຫດການດັ່ງ
ກ່າວສົ່ງຜົນກະທົບ 1 ບ້ານຄື: ບ້ານ ນາງົວ ເຮັດໃຫ້ເຮືອນປະຊາຊົນເສຍຫາຍ 1 ຫຼັງຄື: 1 ຄອບຄົວ, ຈໍານວນພົນ 4 ຄົນ ຍິງ 2 ຄົນ ມູນຄ່າເສຍຫາຍທັງໝົດ 17 ລ້ານກີບ. ສ່ວນບ້ານອື່ນໆ ແມ່ນມີຄວາມເສຍຫາຍເລັກນ້ອຍ.
ຂ່າວ-ພາບ: ອິນແປງ ແຫວນຄຳ