ສຸດຍອດໄອເດຍ…!!! ວິທີປູກພືດ-ຜັກ ” ໃສ່ຂວດພລາສຕິກ ” ເໝາະສົມທຸກສະຖານທີ່ ແຖມຍັງສວຍງາມອີກດ້ວຍ.

    0
    1105

    ມື້ນີ້ເພຈSouthernTimesຂອງພວກເຮົາໄດ້ມີໄອເດຍດີໆມາຝາກ ວິທີີປູກຜັກໃນຂວດພລາສຕິກ:

    ສຳລັບຄົນທີ່ຢາກທົດລອງປູກຜັກສຳລັບໄວ້ກິນເອງ ແຕ່ບໍ່ຄ່ອຍມີເວລາເບິ່ງແຍງ ແລະ ຫົດນໍ້າວິທີນີ້ຊ່ວຍທ່ານໄດ້ ແລະ ເຮັດໃຫ້ຜັກຈະເລີນເຕີບໂຕໂດຍບໍ່ຕ້ອງຫົດນໍ້າຕະຫຼອດ, ບໍ່ຕ້ອງຫົດນໍ້າ 3-4 ມື້ ຜັກຂອງເຮົາກໍ່ຍັງສົດ ແລະ ສວຍງາມບໍ່ແຫ່ວອີກດ້ວຍ.

    1.​ ນຳຂວດພລາສຕິກມາລ້າງໃຫ້ສະອາດແທກຂະໜາດຄວາມຍາວກ່ອນນຳຂວດມາຕັດໃຫ້ທາງເທິງສັ້ນກວ່າຂວດໂຕລຸ່ມເລັກນ້ອຍເພື່ອຈະບໍ່ໄດ້ໃສ່ດິນຫຼາຍເກີນໄປ.

    2. ນຳເຫຼັກຊີມາເຈາະຮູໃຫ້ພໍດີຈະສອດເຊື້ອກປ່ານລອດຜ່ານໄດ້ແບບແນ່ນ

    3. ແທກເຊືອກຈາກປາກຂວດຫາກົ້ນຂວດລະວັງຢ່າກົດຂວດເທິງໃຫ້ເລິກເກີນໄປຫຼັກການຄືມີພື້ນທີ່ໃສ່ນໍ້າຫຼາຍເທົ່າໃດເຮົາກໍ່ປະໄວ້ດົນເທົ່ານັນ.

    4. ໂຮຍຫີນຮອງກົ້ນຂຸມເພື່ອໃຫ້ເຊືອກຊື່ຕົງກາງຂຸມຫຼັກການຄືເຊືອກຈະດູດນໍ້າໄປສ່ວນຕ່າງໆ ແລະ ຮາກພືດກໍ່ຈະພະຍາຍາມມາສວມກອດເຊື້ອກເພື່ອດຶງນໍ້າໄປໃຊ້.

    5.​ ໃຊ້ປາຍດ້າມບ່ວງສັ້ນແກະຕົ້ນກ້າທີ່ເຮົາຕ້ອງການຍ້າຍຈາກບ່ອນທີ່ເຮົາກ້າໄວ້ມາລົງຈັດວາງໃຫ້ສວຍງາມວາງຮາກໄວ້ໃກ້ກັບເຊື້ອກເລີຍຍິ່ງດີ.

    6. ຕື່ມນໍ້າລົງໃຫ້ໄດ້ລະດັບສຳລັບທ່ານໃດໃຊ້ນໍ້າປະປາແນະນຳໃຫ້ໄຂອອກມາວາງໄວ້ກ່ອນ 2 ມື້ ເພື່ອລົດຄໍຮີນກ່ອນນຳມາໃຊ້.

    7. ຂັ້ນຕອນສຸດທ້າຍເລື່ອງອາດເກີດເມື່ອມີອາຫານນໍ້າແສງເຂົ້າມາເຈີກັນແນະນຳໃຫ້ໃຊ້ວັດສະດຸທີ່ທັບແສງປິດນໍ້າໄວ້ບໍ່ໃຫ້ຖືກແດດນັ້ນກໍ່ຄືໜັງສືພີມນຳມາພັບເຄິ່ງກ່ອນຈະພັບອີກເທື່ອໜຶ່ງໃຫ້ເໝາະສົມກັບລະດັບນໍ້າສູງສຸດແລ້ວຕິດ

    ດ້ວຍກີ໋ບໝີບເຈ້ຍງ່າຍໆ ເພື່ອສະດວກເວລາຈະເປີດເບີ່ງເພື່ອເຊັກເບີ່ງລະດັບນໍ້າ ເປັນອັນວ່າສຳເລັດປ່ອຍໃຫ້ນໍ້າຄ່ອຍໆດູດຂຶ້ນໄປລໍ່ລ້ຽງຕົ້ນໄມ້ທາງເທິງທີ່ເຫຼືອກໍ່ລໍເວລາທີ່ນໍ້າໃກ້ຈະໝົດຍົກຂວດເທິງອອກມາທຳຄວາມສະອາດຂວດລຸ່ມກ່ອນຈະປະສົມນໍ້າໃໝ່.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.