ເປັນອີກເລື່ອງທີ່ສ້າງຄວາມຜະຫວາ ແລະ ເຮັດໃຫເແຕກຕື່ນຢ້ານກົວບໍ່ໜ້ອຍເລີຍ ສໍາລັບເຫດການໜູລະບາດໜັກໃນປະເທດອົດສະຕາລີ ເປັນເລາ 8ເດືອນແລ້ວ ແຕ່ປະລິມານໜູ ບໍ່ຍອມຫຼຸດລົງເລີຍ.
ເປັນເວລາ 8ເດືອນແລ້ວແລ້ວ ບັນຫາໜູລະບາດໜັກຍັງບໍ່ຍອມຢຸດຕິ ຍັງລະບາດໜັກໃນລັດນິວເຊົາເວລຊ່ວງແລກ ຕອນນີ້ຫາຍະນະກໍາລັງເກີດກັບຊຸມຊົນບຣິສເບນ ລັດຄວີນແລນ-ເມວເບີນລັດວິກຕໍເຣຍ.
ທັ້ງນີ້ ເຫດການອັນໜ້າສະຫຍອງຂວັນເກີດຂຶ້ນກັບຍິງຄົນໜຶ່ງທີ່ກໍາລັງເຂົ້າຮັບການປິ່ນປົວຢູ່ໂຮງໝໍ ເມື່ອຕື່ນຂຶ້ນມາພົບໜູກໍາລັງຫຸ້ມໃສ່ຕາ ແລະ ລາວກໍ່ບໍ່ແມ່ນຄົນທໍາອິດທີ່ພົບກັບສະຖານະການນີ້ທີ່ຖືກໜູມາແທະເລັມຕາ ຫຼື ຜິວໜັງ.
ຍັງພົບໜູຈໍານວນຫຼາຍໃນທ້ອງປາເມີເຣຄອັກ ແລະ ປາຊະນິດອື່ນໆໃນແມ່ນໍ້າ ແມັກຄວາຣີ ແມ່ນໍ້າກວິນເດຍ ສ້າງຄວາມກັງວົນໃຫ້ກັບຊາວກະສິກອນຜູ້ລ້ຽງປາ ແລະ ໂລກລະບາດທີ່ມາກັບໜູ.
ນອກຈາກນີ້, ໃນເຮືອນຈໍາຍັງຖືກໜູບຸກ ຈົນຕ້ອງໄດ້ອົບພະຍົບນັກໂທດ ແລະ ເຈົ້າໜ້າທີ່ອອກຈາກພື້ນທີ່, ທີ່ສໍາຄັນ ໜູຫຼາຍລ້ານໂຕນັ້ນກໍາລັງກະຕຸ້ນການລະບາດຂອງງູພິດ 100ສາຍພັນທົ່ວອົດສະຕາລີ ເຊິ່ງອັນຕະລາຍຫຼາຍ.