ບໍ່ຄວນເລື່ອນຜ່ານ…!!! ຫາກແພ້ອາຫານ ຄວນຮັກສາອາການແນວໃດ?ກັບອາການທີ່ເກີດຂື້ນ ມີຫຍັງແດ່?

    0
    816

    ອາການແພ້ອາຫານ ເຮົາໄດ້ຍີນ ແລະ ອາດຈະເປັນກັບໂຕເອງແດ່ ແລະ ສ່ວນໃຫຍ່ມັກຈະມີອາຫານທີ່ໂຕເອງແພ້ ບໍ່ວ່າຈະເປັນການແພ້ອາຫານທະເລ , ແມງໄມ້ , ແພ້ແປ້ງນົວ, ແພ້ອາຫານທີ່ເຮັດມາຈາກຊີ້ນ ຫຼື ຜັກຕ່າງໆ

    ເຮັດໃຫ້ເກີດມີອາການແພ້, ການແພ້ນີ້ສາມາດທີ່ຈະແພ້ເລັກນ້ອຍອາດຖອກທ້ອງ ຫຼື ບາງຄົນອາດແພ້ຫຼາຍມີຜື່ນຂື້ນ, ຮາກຕ້ອງໄດ້ຮີບພາໄປໂຮງໝໍບໍ່ດັ່ງນັ້ນອາດຈະເຖີງຂັ້ນເສຍຊີວິດໄດ້ ເຊີ່ງໃນສະພາບແວດລ້ອມປະຈຸບັນມີທົ່ວສາລະພິດ ແລະ ເຊື້ອໂລກຕ່າງໆ

    ເຂົ້າໃນອາຫານເຮົາຫຼາຍຂື້ນຈີ່ງເຮັດໃຫ້ເກີດອາການແພ້ຫຼາຍຢ່າງ, ການພັດທະນາພູມຄຸ້ມກັນບໍ່ໄດ້ເສີມຕາມເຊວເມັດເລືອດຂາວຂາດສົມດຸນຈາກທີ່ມີເຊື້ອແບັດທີເຣຍ ຫຼື ວ່າໄວຣັສເຂົ້າໄປເຮັດໃຫ້ເກີດການແພ້ທີ່ແຕກຕ່າງກັນ.

    ສາເຫດທີ່ແພ້: ສຳຫຼັບສາເຫດນັ້ນມາຈາກຫຼາຍສາເຫດແຕ່ອາຫານທີ່ເຮົາແພ້ນັ້ນຈະແຕກຕ່າງກັນໄປ ການແພ້ນັ້ນຈະເກີດຈາກເຮົາໄປຮັບເຊື້ອແບັດທີເຣຍແລ້ວກໍ່ໄວຣັສໄປໃນທາງເດີນອາຫານທີ່ເຮົາໄດ້ຮັບເຂົ້າໄປກໍ່ຈະເກີດການດູດຊືມເຂົ້າໄປຕາມລຳໄສ້ຂອງພວກເຮົາເຊື້ອເຫຼົ່ານີ້ຮ່າງກາຍຂອງເຮົາບໍ່ມີພູມຄຸ້ມກັນຢູ່ກ່ອນ ຫຼື ພູມຄຸ້ມກັນອ່ອນແອໃນຊ່ວງຂະນະນັ້ນ ສານອາຫານທີ່ຈະເຂົ້າໄປໃນກະແສເລືອດໄປເຮັດໃຫ້ລະບົບພູມຄຸ້ມກັນຜິດປົກກະຕິ.

    ອາການຂອງການແພ້: ອາຫານທີ່ເຮັດໃຫ້ແພ້ມີຫຼາຍຢ່າງ, ຫຼາຍປະເພດ ເຊັ່ນ: ອາຫານທະເລ, ມັັກເກີດໃນບ້ານເຮົາແຕ່ຄົນກໍ່ມັກແພ້ກຸ້ງ, ຫອຍ, ປູ ຫຼື ວ່າປາ ພືດຈຳພວກຖົ່ວມັກຈະພົບອາການແພ້ປະຈຳ ຫຼື ພວກຜັກຕ່າງໆ ອາຫານເລີ່ມທຳອິດອາດຈະມີອາການຄັນຕາມຕົນໂຕມີຕຸ່ມຜື່ນຂື້ນ, ຄໍແຫ້ງ, ຢາກກີນນຳ້, ປວດຮາກ, ຮາກ, ຫາຍໃຈຕິດຂັດ…

    ຕາມອາການຮຸນແຮງໄປ ລະບົບທາງເດີນອາຫານປັ່ນປ່ວນອາການອາດຈະດີຂື້ນຫາກຜ່ານໄປໄລຍະ 2-3 ມື້ ຫຼື ອາການຮຸນແຮງຕ້ອງຮິບໄປພົບແພດທັນທີ.

    ຈະຮູ້ໄດ້ແນວໃດວ່າແພ້ຫຍັງ: ເຮົາຈະຮູ້ໄດ້ແນວໃດວ່າເຮົາແພ້ອາຫານຊະນິດໃດ ຕາມການລະບຸໂຕຈີງໂດຍກົງເລີຍກໍ່ບໍ່ໄດ້ເພາະວ່າອາຫານມີຫຼາຍຊະນິດ ແຕ່ສາມາດທົດສອບດ້ວຍວິທີການຂອງແພດຈະເຮັດການທົດສອບດ້ວຍການກວດເລືອດກັບໂປຣຕີນພູມຄຸ້ມກັນເພື່ອກວດສອບປະຕິກິລິຍາໄດ້ ຫຼື ອາດຈະທົດສອບດ້ວຍການສັກເຂົ້າໄປໃຕ້ຜີວໜັງເພື່ອທົດສອບອາການແພ້ໄດ້.

    ການຮັກສາ: ສຳຫຼັບການຮັກສາອາການແພ້ອາຫານຊະນິດຕ່າງໆບໍ່ສາມາດທີ່ຈະຮັກສາໄດ້ພຽງແຕ່ຫຼິກລ່ຽງອາຫານທີ່ເຮັດໃຫ້ເກີດອາການແພ້, ຮັກສາທາງເລືອກດ້ວຍການຝັງເຂັມວິທີສາມາດທີ່ຈະຊ່ວຍໄດ້

    ສຳຫຼັບການປ້ອງກັນການຫຼິກລ່ຽງອາຫານທີ່ແພ້ເປັນສີ່ງທີ່ຖືກຕ້ອງເພື່ອປ້ອງກັນການແພ້ ຫຼື ວ່າບາງກໍລະນີເຮົາອາດຮູ້ວ່າເຮົາແພ້ອາດຈະຕ້ອງກີນຢາແກ້ແພ້ເພື່ອປ້ອງກັນ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.