ສະຫຼະເວລາອ່ານ…!!! 7 ວິທີ ໃຊ້ໜີ້ພໍ່ແມ່ ເຮັດແລ້ວຊີວິດຈະເລີນຮຸ່ງເຮືອງ ລູກໆທຸກຄົນຄວນອ່ານ.

    0
    1093

    7 ວິທີ ໃຊ້ໜີ້ພໍ່ແມ່ ເຮັດແລ້ວຊີວິດຈະເລີນຮຸ່ງເຮືອງ ລູກໆທຸກຄົນຄວນອ່ານ!!

    ພໍ່ແມ່ຄືບຸກຄົນສຳຄັນ ເປັນຕົນແບບຂອງການສອນລູກທຸກຄົນໃຫ້ເຕີບໂຕມາເປັນຄົນດີທີ່ສຸດ ບໍ່ວ່າເຮົາຈະເຮັດຜິດ, ເຄີຍຖຽງ ເຄີຍຕົວະພໍ່ແມ່ ແຕ່ຄົນທີ່ພ້ອມຈະໃຫ້ອະໄພລູກ ແລະ ເຂົ້າໃຈລູກດີທີ່ສຸດກໍຄືພໍ່ແມ່ ເຊິ່ງບຸນຄຸນພໍ່ແມ່ນນັ້ນຍິ່ງໃຫຍ່ຖ້ວມຫົວ ເຮົາຈະໃຊ້ໜີ້ແນວໃດກໍບໍ່ໝົດ ແຕ່ 7 ວິທີ່ນີ້ແມ່ນ 7 ວິທີ ໃຊ້ໜີ້ພໍ່ແມ່ແລ້ວຊີວິດຈະເລີນ ທີ່ເຮົາຄວນປະຕິບັດຕໍ່ເພິ່ນໃນຊາດນີ້.

    1. ໃຜທີ່ພໍ່ແມ່ເສຍໄປແລ້ວ ໃຫ້ໝັ່ນເຮັດບຸນອຸທິດສ່ວນບຸນກຸສົນໄປໃຫ້ ການເຮັດແບບນີ້ຖືວ່າໄດ້ບຸນ ທັງຝ່າຍຜູ້ໃຫ້ແລະ ຜູ້ຮັບ.

    2 . ໃຜກໍ່ຕາມທີ່ພໍ່ແມ່ຍັງມີຊີວິດຢູ່ ຫາກມີໂອກາດໃຫ້ກັບໄປກາບຕີນຂໍພອນຈາກເພີ່ນ ຈະໄດ້ມັ່ງມີສີສຸກ ສ່ວນຄົນທີ່ເຄີຍເຮັດບໍ່ດີໄວ້ ຫາກຄິດໄດ້ໃຫ້ໄປກາບຕີນເພີ່ນເພື່ອຂໍຂະມາລ້າງຕີນໃຫ້ເພິ່ນເປັນການຂໍຂະມາລາໂທດ.

    3. ຢ່າຄິດບໍ່ດີກັບພໍ່ແມ່ ພຽງແຕ່ຄິດວ່າເພິ່ນບໍ່ດີກໍ່ຜິດແລ້ວ ສິ່ງທີ່ຄວນເຮັດຄືການຖອນຄຳເວົ້າ ໄປຂໍຂະມາລາໂທດ.

    4. ບາງຄົນຖຽງພໍ່ແມ່ ຈົນລືມຄິດໄປວ່າຄົນທີ່ເຮົາໃຊ້ວາຈາເຮັດໃຫ້ເພີ່ນເສຍໃຈນັ້ນຄືພໍ່ແມ່ເຮົາ ສອນລູກຫຼານຢ່າໃຫ້ຖຽງພໍ່ຖຽງແມ່, ຄົນຖຽງພໍ່ຖຽງແມ່ເຮັດກີນບໍ່ຂຶ້ນ ຢ່າຄິດບໍ່ດີກັບພໍ່ແມ່ບໍ່ສະນັ້ນຈະບໍ່ມີວັນກ້າວໜ້າ.

    5. ຂອງດີຂອງພໍ່ແມ່ ຂອງປູ່ຍ່າຕາຍາຍທີ່ມອບໃຫ້ດ້ວຍຄວາມຮັກຢ່າທຳລາຍ ເຖີງແມ່ນວ່າມັນອາດບໍ່ມີຄ່າ ໃຫ້ເຮົາຢາກເກັບໄວ້ເປັນທີ່ລະນຶກ ພໍ່ແມ່ໃຫ້ຫຍັງກໍ່ໃຫ້ຮັກສາໄວ້.

    6. ຈົ່ງຈື່ໄວ້ເມື່ອອອກເຮືອນໄປມີຄອບຄົວແລ້ວ ຢ່າລືມກັບໄປຫາພໍ່ແມ່ ວ່າງເມື່ອໃດຕ້ອງໄປນົບໄປກາບເພີ່ນ.

    7. ຢາກໃຫ້ຊີວິດຈະເລີນກ້າວໜ້າຕ້ອງເບິ່ງວ່າເຮັດບຸນກຸສົນພຽງພໍແລ້ວບໍ່ ຕ້ອງເພີ່ມກຸສົນອານິສົງຜົນບຸນນີ້ ສິ່ງສັກສິດທີ່ຄຸ້ມຄອງ, ຊີວິດຫນ້າທີ່ການງານຈະເລີນກ້າວໜ້າເງີນທອງໄຫຼມາເທມາ, ແຄ້ວຄາດຈາກອຸປະສັກທັ້ງປວງ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.