ເມືອງເງິນ ແຜ່ນດິນໄຫວໄຊຍະບູລີ ເສຍຫາຍໜັກແມ່ນຢູ່ບ້ານນາງົວ

    0
    927

    ດັ່ງທີ່ກົມອຸຕຸນິຍົມໄດ້ລາຍງານຂ່າວໄປກ່ອນໜ້ານັ້ນ ປະເທດເຮົາມີເຫດການແຜ່ນດິນໄຫວຫຼາຍຄັ້ງ ເຊິ່ງຄັ້ງທີ່ແຮງສຸດຄືວັດໄດ້ 4,9 ຣິກເຕີ ແແລະອິງຕາມການລາຍງານ ຂອງຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງ ທີ່ໄດ້ລົງເກັບກໍາຂໍ້ມູນໃນນາມຄະນະກໍາມະການປ້ອງກັນ ແລະ ຄວບຄຸມໄພພິບັດ ໃນຄັ້ງວັນທີ 8 ກໍລະກົດ 2021 ນີ້ໃຫ້ຮູ້ວ່າ ໃນວັນທີ 7 ກໍລະກົດ 2021 ເວລາ 13:43 ນາທີ ໄດ້ເກີດເຫດແຜ່ນດິນໄຫວຢູ່ແຂວງໄຊຍະບູລີ.

    ຈຸດສູນກາງຂອງແຜ່ນດິນໄຫວແມ່ນຢູ່ບ້ານ ດອກເກດ ເມືອງເງິນ ແຂວງໄຊຍະບູລີ ຈຳນວນ 1ຄັ້ງ, ຄວາມແຮງສັ່ນສະເທືອນວັດແທກໄດ້ 4,9 ຣິກເຕີ, ເຊີ່ງມີຄວາມເລີກຈາກເທີງໜ້າດິນ 15 ກິໂລແມັດ, ຫ່າງຈາກຕົວເມືອງໄປທາງທິດເໜືອປະມານ 8 ກິໂລແມັດ.

    ເຊີງສ້າງຜົນເສຍຫາຍ ແລະ ຄວາມແຕກຕື່ນໃຫ້ແກ່ຊາວເມືອງເງິນ ເກີດມີຜົນກະທົບ 1 ບ້ານຄື: ບ້ານ ນາງົວ ເຮືອນປະຊາຊົນເສຍຫາຍ 1 ຫຼັງ, ປະຊາຊົນຖືກຜົນກະທົບ4 ຄົນ,ຍິງ 2 ຄົນ ມູນຄ່າເສຍຫາຍທັງໝົດ 17.000.000 ກີບ. ສ່ວນບ້ານອື່ນໆ ແມ່ນມີຄວາມເສຍຫາຍເລັກນ້ອຍ.

    ໂດຍ: ອິນແປງ ແຫວນຄຳ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.