ໂຈນຄິດຜິດຊີວິດປ່ຽນແທ້..!! ລັກຂຶ້ນເຮືອນປະຊາຊົນ ແຕ່ໂຊກບໍ່ດີຖືກເຮືອນຂອງຕຳຫຼວດ (ມີຄຣິບ)

    0
    861

    ໂຈນຄິດຜິດຊີວິດປ່ຽນລັກຂຶ້ນເຮືອນແຕ່ໄປຖືກເຮືອນຂອງຕຳຫຼວດ ວັນນີ້ເມື່ອເວລາ 5 ໂມງ ວັນທີ 9/7/2021 ທີ່ຜ່ານມາ ໂຈນໄດ້ລັກຂຶ້ນເຮືອນຂອງປະຊາຊົນ ບ້ານວັງມົນ ເມືອງໂພນໂຮງ ແຂວງວຽງຈັນ ໄດ້ຊັບສິນສ່ວນໜຶ່ງເຊັ່ນ: ກະເປົ໋າເງິນ ແລະ ໂທລະສັບ 2 ໜ່ວຍ ແຕ່ເຈົ້າຂອງເຮືອນຊ່ວຍກັນຈັບໄວ້ໄດ້ເສຍກ່ອນ

    ຕອນນີ້ເຈົ້າຂອງເຮືອນໄດ້ຈັບສົ່ງໃຫ້ກັບ ປກສ ເມືອງແລ້ວ ໂຈນມີອາຍຸປະມານ 22 ປີ ປະຫວັດໃນການລັກຊັບເຮັດມາຫຼາຍໆຄັ້ງແລ້ວ ຕອນນີ້ເຈົ້າໜ້າທີ່ທຳການສອບສວນສືບສວນຢູ່

    ຫຼານຂອງເຈົ້າຂອງເຮືອນຝາກເຕືອນມາຍັງພໍ່ແມ່ພີ້ນ້ອງປະຊາຊົນວ່າ: ຊ່ວງນີ້ເປັນຊ່ວງວິກິດໂຄວິດຢາກໃຫ້ປະຊາຊົນມີການລະມັດລະວັງແດ່ຢ່າໃຫ້ພວກສວຍໂອກາດນີ້ມາເຮັດແບບນີ້ອີກ

    ຂໍ້ມູນຈາກ: ຫຼານເຈົ້າຂອງເຮືອນ

    ຊົມຄຣິບ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.