ລັດຖະບານ ເນັ້ນໜັກໃຫ້ເພີ່ມທະວີການປ້ອງກັນການລັກລອບເຂົ້າປະເທດ

    0
    579

    ລັດຖະບານ ເນັ້ນໜັກໃຫ້ເພີ່ມທະວີການປ້ອງກັນການລັກລອບເຂົ້າປະເທດ ໃນກອງປະຊຸມເປີດກວ້າງ ຄັ້ງທີ 1 ປີ 2021 ຂອງລັດ ຖະບານ ຊຸດ IX ທີ່ຈັດຂຶ້ນຢູ່ນະຄອນຫລວງວຽງຈັນໃນລະ ຫວ່າງວັນທີ 6-8 ກໍລະກົດ 2021 ໄດ້ຮັບຟັງການລາຍງານ, ຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳເຫັນໃສ່ຫລາຍບັນ ຫາ, ເຊີ່ງໜຶ່ງໃນນັ້ນ ແມ່ນການສະຫຼຸບຕີລາຄາການຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ໃນໄລຍະ 6 ເດືອນຕົ້ນປີ

    2021 ກອງປະຊຸມເຫັນດີດ້ານຫຼັກ ການຮັບຮອງບົດລາຍງານດັ່ງກ່າວ, ພ້ອມທັງ ຊົມເຊີຍທຸກພາກສ່ວນໃນສັງຄົມ ທີ່ມີສ່ວນຮ່ວມໃນວຽກງານດັ່ງກ່າວ ດ້ວຍຄວາມເປັນເຈົ້າການ, ມີຫົວຄິດປະດິດສ້າງ ແລະ ມີຄວາມຮັບຜິດຊອບສູງໃນການຈັດຕັ້ງຜັນຂະຫຍາຍນິຕິກຳ ກໍ່ຄືການປະຕິບັດມາດຕະການຕ່າງໆ ມີປະສິດທິພາບ ແລະປະສິດທິຜົນດີສົມຄວນ, ລວມທັງການປະກອບສ່ວນຊ່ວຍເຫຼືອຊຸກຍູ້ເປັນເງິນ ແລະ ວັດຖຸໃຫ້ແກ່ພາກລັດ ແລະ ສັງຄົມໃນການແກ້ໄຂ ແລະ ບັນເທົາຜົນກະທົບຈາກການແຜ່ລະບາດຂອງ

    ພະຍາດໂຄວິດ-19. ຢ່າງໃດກໍ່ຕາມ ອີງຕາມການປະເມີນສະພາບການລະບາດຂອງພະຍາດ COVID-19 ໃນປະຈຸບັນ, ເຖິງວ່າຕົວເລກການລະບາດຢູ່ພາຍໃນປະເທດສືບຕໍ່ຫຼຸດລົງ, ແຕ່ຍັງມີຄວາມສ່ຽງ ເນື່ອງຈາກສະພາບການລະບາດຢູ່ປະເທດໃກ້ຄຽງຍັງສືບຕໍ່ເພີ່ມຂື້ນ. ນອກຈາກນີ້ ຢູ່ປະເທດເຮົາ ໄດ້ກວດພົບການຕິດເຊື້ອສາຍພັນເດວຕາ ຈາກການນໍາເຂົ້າ ຊຶ່ງເປັນສາຍພັນທີ່ແຜ່ເຊື້ອໄວກວ່າສາຍພັນດັ້ງເດີມ. ພ້ອມນີ້ ແຮງງານລາວທີ່ຢູ່ປະເທດໃກ້ຄຽງມີຄວາມຕ້ອງການກັບຄືນມາລາວເພີ່ມຂຶ້ນ, ສະນັ້ນ ຕ້ອງໄດ້ສືບຕໍ່

    ເພີ່ມທະວີການລາດຕະເວນຕາມຊາຍແດນບໍ່ໃຫ້ມີການລັກລອບເຂົ້າປະ ເທດ, ແນໃສ່ໃຫ້ມີການກັບຄືນປະເທດຕາມດ່ານທາງການທີ່ລັດຖະບານກໍານົດ.ສຳລັບແຜນວຽກຈຸດສຸມ 6 ເດືອນທ້າຍປີ 2021, ກອງປະຊຸມ ໄດ້ຊີ້ນຳໃຫ້ສືບຕໍ່ເອົາໃຈໃສ່ບາງຈຸດ ຄື:ໃຫ້ສະມາຊິກລັດຖະບານ, ເຈົ້າແຂວງ ແລະ ເຈົ້າຄອງນະ ຄອນຫຼວງວຽງຈັນ ສືບຕໍ່ເອົາໃຈໃສ່ແກ້ໄຂການແຜ່ລະບາດ ຂອງພະຍາດໂຄວິດ-19 ດ້ວຍຄວາມເຄັ່ງຮ້ອນ, ເຂັ້ມງວດ ແລະ ເດັດຂາດ; ຈັດຕັ້ງຜັນຂະຫຍາຍມາດຕະການຂອງ

    ລັດຖະບານ ແລະ ຄະນະສະເພາະກິດ ເຂົ້າສູ່ຂົງເຂດວຽກ ງານ ແລະ ທ້ອງຖິ່ນຂອງຕົນ ດ້ວຍຄວາມເປັນເຈົ້າການ ແລະ ຮັບຜິດຊອບສູງ ບົນຈິດໃຈປະດິດສ້າງ, ກ້າຄິດ, ກ້າເຮັດ ແລະ ກ້າຮັບຜິດຊອບ ເພື່ອຕັດວົງຈອນການແຜ່ລະ ບາດ ທຸກຮູບແບບຢ່າງແທດເໝາະ.ສືບຕໍ່ເກັບຕົວຢ່າງ ເພື່ອຄົ້ນຫາຜູ້ຕິດເຊື້ອໃຫ້ໄດ້ທັງໝົດ ເພື່ອເຂົ້າຮັບການປິ່ນປົວໂດຍໄວ; ສືບຕໍ່ສຸມໃສ່ປິ່ນປົວຜູ້ຕິດເຊື້ອໃຫ້ຫາຍດີ ແລະ ມີຜູ້ເສຍຊີວິດໜ້ອຍທີ່ສຸດ.ສືບຕໍ່ສັກວັກຊິນປ້ອງກັນໃຫ້ປະຊາຊົນ ຕາມແຜນທີ່ວາງໄວ້.ສືບຕໍ່ເພີ່ມທະວີວຽກງານໂຄສະນາ ຖະແຫຼງຂ່າວ ເຜີຍແຜ່ ຂໍ້ມູນຂ່າວ ຄຽງຄູ່ກັບການເພີ່ມທະວີສຶກສາອົບຮົມ ປຸກລະ ດົມໃຫ້ສັງຄົມໄດ້ຮັບຮູ້ເຂົ້າໃຈຢ່າງກວ້າງຂວາງ, ເລິກເຊິ່ງ ແລະ ພ້ອມກັນເຂົ້າຮ່ວມ ປະຕິບັດມາດຕະການຕ່າງໆ ຢ່າງເຂັ້ມງວດ.

    Cr: ສື່ເພື່ອສັງຄົມ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.