– ຟື້ນຟູເສັ້ນທາງສາຍຫຼັກ ແລະ ເສັ້ນທາງສາຍແຈກ ຈໍານວນ 9 ເສັ້ນ
– ປັບປຸງຂະຫຍາຍວົງວຽນຖະໜົນຄູວຽງ (ແຕ່ວົງວຽນຄອມເຊັນເຕີ ຫາ ວົງວຽນ 5 ເມສາ)
– ສູ້ຊົນໃຫ້ໂຄງການກໍ່ສ້າງ ແລະ ພັດທະນາແຄມຂອງໄລຍະ II ແຕ່ຫຼັກ 3 ເມືອງສີສັດຕະນາກ ຫາ ບ້ານຫາດດອກແກ້ວ ເມືອງຫາດຊາຍຟອງ ໃຫ້ໄດ້ເລີ່ມຕົ້ນລົງມື
– ລົງເຜີຍແຜ່ ແລະ ຝຶກອົບຮົມລະບຽບຄຸ້ມຄອງການປຸກສ້າງໃຫ້ຫ້ອງການໂຍທາທິການ ແລະ ຂົນສົ່ງ 5 ເມືອງໃນ.
– ສືບຕໍ່ປະຕິບັດວຽກງານຄຸ້ມຄອງການປຸກສ້າງໃຫ້ມີຄວາມເປັນລະບຽບຮຽບຮ້ອຍໃນຕົວເມືອງ ແລະ ຊານເມືອງເຊັ່ນ: ມ້າງເທີບ-ເງີບ ທີ່ກວມເຂດສະຫງວນຂອງທາງ
– ອອກແບບປັບປຸງແຜນຜັງເທດສະບານເມືອງ ໃຫ້ໄດ້ 1 ເມືອງ
– ສ້າງນິຕິກໍາລຸ່ມກົດໝາຍ, ບົດແນະນໍາດ້ານເຕັກນິກກ່ຽວກັບການຄຸ້ມຄອງ ປ້າຍໂຄສະນາ, ກອງຫີນ, ກອງຊາຍ, ການຈົກດິນ-ຖົມດິນ, ການສໍາຫຼວດເຂດສະຫງວນທາງຮ່ອມ, ຮ່ອງລະບາຍນ້ໍາ ແລະ ບ້ານຈັດສັນ ໃຫ້ໄດ້ 1 ສະບັບ.
– ສູ້ຊົນຊຸກຍູ້ໃຫ້ໂຄງການກໍ່ສ້າງຂະຫຍາຍນໍ້າປະປາຈິນາຍໂມ້, ນໍ້າປະປາເທດສະບານເມືອງປາກງື່ມ, ນໍ້າປະປາກຸ່ມບ້ານຊ້າງ ເມືອງໄຊທານີ, ນໍ້າປະປາດົງບັງ ແລະ ນໍ້າປະປາເຂດນິຄົມອຸດສາຫະກໍາ ຫຼັກ 21 ໃຫ້ໄດ້ລົງມືຈັດຕັ້ງປະຕິບັດຕົວຈິງ
– ສູ້ຊົນໃຫ້ໂຄງການບໍາບັດນໍ້າເປື້ອນທີ່ນໍາໃຊ້ເງິນກູ້ຢືມຈາກ ຮົງກາຣີ ໄດ້ຖືກຮັບຮອງບົດສຶກສາຄວາມເປັນໄປໄດ້ ແລະ ດໍາເນີນຂັ້ນຕອນການອອກແບບລະອຽດ
– ຈັດວາງຖັງເກັບມ້ຽນຂີ້ເຫຍື້ອ ຢູ່ໃນຂອບເຂດ 300 ບ້ານ ໃຫ້ໄດ້ 50%.
– ຄວບຄຸມການເກັບມ້ຽນຂີ້ເຫຍື້ອໃຫ້ທົ່ວເຖິງດ້ວຍການເຮັດສັນຍາເກັບມ້ຽນຂີ້ເຫຍື້ອ ໃນຂອບເຂດ 300 ບ້ານໃຫ້ໄດ້ 100%.
– ພັດທະນາສະໜາມບໍາບັດຂີ້ເຫຍື້ອ ໃຫ້ໄດ້ມາດຕະຖານເຕັກນິກ ແລະ ສຶກສາເກັບກໍາຂໍ້ມູນຄວາມເປັນໄປໄດ້ ສ້າງສະໜາມຂີ້ເຫຍື້ອແຫ່ງໃໝ່ 2 ແຫ່ງ ຄື: ຢູ່ເຂດເມືອງນາຊາຍທອງ ແລະ ເຂດເມືອງສັງທອງ.
– ຈັດຕັ້ງປະຕິບັດໂຄງການທົດລອງຄັດແຍກຂີ້ເຫຍື້ອຢູ່ 3 ບ້ານ ຄື: ບ້ານດົງນາໂຊກໃຕ້, ບ້ານໜອງບົວທອງເໜືອ ແລະ ບ້ານປາກທ້າງ.
– ປັບປຸງຮ່ອງລະບາຍນ້ໍາ ແລະ ສວນສາທາລະນະ ໃຫ້ເປັນເຂດຂຽວຈໍານວນໜຶ່ງ (ບ່ອນທີ່ມີເງື່ອນໄຂ) ໃຫ້ສໍາເລັດໂດຍພື້ນຖານ
– ຈັດສັນປັກແລວເຂດສະຫງວນຕາມທາງສາຍຫຼັກ ໃຫ້ໄດ້ 21 ເສັ້ນທາງ
– ກໍ່ສ້າງບ່ອນຈອດລົດເປັນເຮືອນ-ຕຶກມີລະບົບຂຶ້ນ-ລົງ ເຂົ້າຈອດທີ່ທັນສະໄໝໃຫ້ໄດ້ 2 ແຫ່ງ.
– ປັບປຸງຈັດສັນບ່ອນຈອດລົດທີ່ມີແລ້ວ ແລະ ກໍ່ສ້າງໃໝ່ໃຫ້ໄດ້ 10 ແຫ່ງ.
ຂໍ້ມູນຈາກ: https://www.facebook.com/105091530939556/posts/523969545718417/